ປະທານທະນາຄານ-ນັກທຸລະກິດ ຫວຽດນາມ 50 ກວ່າຄົນຂຶ້ນສານຂໍ້ຫາສໍ້ໂກງ

ປະທານທະນາຄານ ແລະ ນັກທຸລະກິດ 51 ຄົນເດີນທາງຂຶ້ນສານຢູ່ຫວຽດນາມໃນວັນທີ 28 ສິງຫານີ້ ເພື່ອຮັບຟັງການພິຈາລະນາຄະດີສໍ້ໂກງ ປ່ອຍສິນເຊື່ອຜິດກົດໝາຍເປັນເງິນຈຳນວນມະຫາສານ, ພາຍຫລັງລັດຖະບານສັ່ງປາບປາມການສໍ້ລາດບັງຫລວງຢ່າງໜັກພາຍໃນປະເທດ.
ທ່ານ ຫ່າ ວັນ ຖຳ ອະດີດປະທານທະນາຄານໂອຊຽນ ເຊິ່ງເປັນໜຶ່ງໃນຈຳເລີຍ 51 ຄົນ ຖືກກ່າວຫາວ່າເປັນຜູ້ອະນຸມັດສິນເຊື່ອເປັນເງິນ 23 ລ້ານໂດລາສະຫະລັດ ໃຫ້ແກ່ບໍລິສັດອະສັງຫາລິມະຊັບແຫ່ງໜຶ່ງໂດຍບໍ່ມີຫລັກຊັບຄ້ຳປະກັນ ໃນປີ 2012 ສົ່ງຜົນໃຫ້ທະນາຄານຕ້ອງປະສົບກັບສະພາບລົ້ມລະລາຍ. ນອກຈາກທ່ານແລ້ວ ຈຳເລີຍສ່ວນຫລາຍເຊິ່ງລ້ວນເປັນອະດີດພະນັກງານທະນາຄານຂອງທະນາຄານໂອຊຽນ ຕ່າງຖືກຕັ້ງຂໍ້ຫາທີ່ກ່ຽວຂ້ອງກັບການປ່ອຍສິນເຊື່ອຜິດກົດໝາຍ.
ສານຢູ່ຫວຽດນາມເລີ່ມເປີດການພິຈາລະນາຄະດີດັ່ງກ່າວໃນວັນທີ 28 ສິງຫາເປັນວັນທຳອິດ ແລະ ມີກຳນົດສຳເລັດໃນ 20 ວັນ. ກ່ອນໜ້ານີ້ ຈຳເລີຍທັງໝົດເຄີຍຖືກນຳຕົວຂຶ້ນສານມາແລ້ວຄັ້ງໜຶ່ງໃນເດືອນມີນາ, ແຕ່ສານສັ່ງໃຫ້ເລື່ອນພິຈາລະນາຄະດີອອກໄປ ເພື່ອມີການສອບສວນເພີ່ມອີກ.
ກ່ອນໜ້ານີ້, ຫວຽດນາມສັ່ງຈຳຄຸກພະນັກງານທະນາຄານແລ້ວຫລາຍຄົນຈາກຫລາຍຄະດີ, ແຕ່ຜູ້ຊ່ຽວຊານດ້ານກົດໝາຍເຫັນວ່າ: ບົດລົງໂທດສຳລັບເຈົ້າໜ້າທີ່ລັດຖະບານທີ່ກະທຳຄວາມຜິດຖານສໍ້ລາດບັງຫລວງຍັງບໍ່ເຂັ້ມງວດພຽງພໍ.

