ຂ່າວລື ກາຕ້າ ກຽມຈ້າງ ເອກວາດໍ ລົ້ມບານນັດເປີດສະໜາມບານໂລກ 2022, ພ້ອມພົບພິລຸດອຸ່ນເຄື່ອງຫລາຍກວ່າທີມອື່ນ

ເດລິ ເມລ ສື່ຊື່ດັງຂອງອັງກິດ ລາຍງານວ່າ ທີມຊາດກາຕ້າ ເຈົ້າພາບການແຂ່ງຂັນບານໂລກ 2022 ມີຄວາມບໍ່ຊອບມາພາກົນໃນລະຫວ່າງເກມອຸ່ນເຄື່ອງກຽມຄວາມພ້ອມ ກ່ອນລົງແຂ່ງຂັນບານໂລກສະໄຫມທຳອິດໃນປະຫວັດສາດຂອງປະເທດລະຫວ່າງວັນທີ 20 ພະຈິກ – 18 ທັນວານີ້.
ແຫລ່ງຂ່າວລະບຸວ່າ ສະຫະພັນບານເຕະນາໆຊາດ ຫລື FIFA ໄດ້ຮັບການແຈ້ງເຕືອນເຂົ້າມາວ່າພົບພິລຸດໃນຕາຕະລາງອຸ່ນເຄື່ອງຂອງທີມຊາດກາຕ້າ ເພື່ອກຽມຄວາມພ້ອມກ່ອນລົງແຂ່ງຂັນບານໂລກ 2022 ເຊິ່ງມີຫລາຍເຖິງ 7 ນັດ ນັບຕັ້ງແຕ່ເດືອນມັງກອນທີ່ຜ່ານມາ ຂະນະທີ່ຊາດອື່ນໆທີ່ລົງເຕະຕາມປະຕິທິນຟີຟາ ເຊ່ັນ ອັງກິດ ຫາກໍໄດ້ລົງເຕະພຽງ 2-3 ເກມ.
ບໍ່ພຽງເທົ່ານັ້ນ ກາຕ້າ ຍັງໄດ້ຈຸດໂທດຫລາຍຜິດປົກກະຕິ ເພື່ອໃຫ້ແນ່ໃຈວ່າເຈົ້າພາບບານໂລກ 2022 ຈະໄດ້ຮັບຜົນການແຂ່ງຂັນທີ່ໜ້າພໍໃຈກ່ອນເຂົ້າສູ່ການແຂ່ງຂັນ ເຊິ່ງເກມອຸ່ນເຄື່ອງສ່ວນຫລາຍຈະແຂ່ງຂັນແບບປິດ ແລະ ບໍ່ມີການຖ່າຍທອດສົດທາງໂທລະພາບ ຫລື ສະຕຣີມມິງ ຕະຫລອດຈົນມີການລາຍງານຜົນ ແລະ ຂໍ້ມູນຕ່າງໆອອກສູ່ສາທາລະນະໜ້ອຍຫລາຍ ເຖິງວ່າເລື່ອງຕ່າງໆເຫລົ່ານີ້ຈະຍັງບໍ່ມີຫລັກຖານທີ່ຈະແຈ້ງ ແຕ່ຟີຟາ ກໍໄດ້ຮັບການແຈ້ງເຕືອນໃຫ້ຈັບຕາເບິ່ງເກມຂອງກາຕ້າ ເອົາໄວ້ແລ້ວ.
ທັງນີ້ ກາຕ້າ ຫາກໍຖືກ ມາກ້າ ສື່ຊື່ດັງຂອງສະເປນລາຍງານຂ່າວວ່າ ໄດ້ກຽມການເພື່ອຄວ້າໄຊໃນນັດທຳອິດເອົາໄວ້ແລ້ວ ໂດຍກຽມເງິນຈຳນວນ 7,4 ລ້ານໂດລາສະຫະລັດ ໃຫ້ກັບຜູ້ຫລິ້ນທີມຊາດເອກວາດໍ 8 ຄົນ ເພື່ອຊ່ວຍໃຫ້ ກາຕ້າ ໄດ້ຮັບໄຊຊະນະ ເຊິ່ງກຳນົດວ່າຈະໃຫ້ຜົນການແຂ່ງຂັນຈົບລົງດ້ວຍປະຕູ 1-0 ແລະ ມີການຍິງປະຕູໃນເຄິ່ງເວລາທີສອງ.

