ນອນກອດກັນກັບຄົນຮັກຊ່ວຍໃຫ້ສຸຂະພາບຮ່າງກາຍ ແລະ ສຸຂະພາບຈິດດີຂຶ້ນ

ສໍາລັບຜູ້ທີ່ເປັນຄົນຮັກກັນ ມັນກໍເປັນເລື່ອງປົກກະຕິທີ່ບໍ່ດົນກໍໄວ ທັງສອງຈະກ້າວເຂົ້າສູ່ຂັ້ນຫລັບນອນໃນຕຽງດຽວກັນ ເຊິ່ງໃນຈຸດນີ້ຄົນທີ່ຍັງບໍ່ລຶ້ງເຄີຍກັບຄົນຮັກ ບາງຄົນກໍອາດຈະກັງວົນເລື່ອງບັນຫາຢ່າງການນອນໂກນ ຫລື ການເໜັງຈະໄປລົບກວນອີກຝ່າຍ
.
ແຕ່ເຊື່ອບໍ່ວ່າສຽງໂກນ, ການດຶງຜ້າຫົ່ມ ຫລື ການກະແທກກັນຂອງແຂນຂາ ໂດຍທົ່ວໄໄປແລ້ວ ບໍ່ໄດ້ລົບກວນການນອນຂອງເຮົາຂະໜາດນັ້ນ ແຕ່ກົງກັນຂ້າມການນອນກັບຄົນທີ່ເຮົາຮັກຍັງອາດມີປະໂຫຍດຕໍ່ການນອນກວ່າທີ່ເຮົາຄິດອີກດ້ວຍ
.
ນັກວິທະຍາສາດຄົ້ນພົບຂໍ້ດີຂອງການນອນກັບຄົນຮັກຂອງຄົນອາເມລິກາໃນໄວເຮັດວຽກຈໍານວນ 1,007 ຄົນ ແລະ ປຽບທຽບຄຸນນະພາບການນອນລະຫວ່າງ ຜູ້ທີ່ນອນຄົນດຽວ ກັບຄົນທີ່ນອນເປັນຄູ່
.
ພົບວ່າຜູ້ທີ່ນອນກັບຄົນຮັກສ່ວນຫລາຍຈະຫລັບໄດ້ໄວ ແລະ ດົນຂຶ້ນ ແລະຍັງຮູ້ສຶກດີໃນຕອນຕື່ນ, ຫລຸດຄວາມເມື່ອຍລ້າລົງ ເມື່ອທຽບກັບຄົນທີ່ນອນຄົນດຽວ
.
ເທົ່ານັ້ນຍັງບໍ່ພໍໃນທາງສຸຂະພາບຈິດຄົນທີ່ນອນເປັນຄູ່ຍັງມີຄະແນນການຊຶມເສົ້າ, ຄວາມວິຕົກກັງວົນ ແລະ ຄວາມຄຽດຕໍ່າກວ່າຜູ້ທີ່ນອນຫລັບຄົນດຽວອີກດ້ວຍ ເວົ້າໄດ້ວ່າເປັນຄວາມຕ່າງທີ່ໜ້າສົນໃຈ
.
“ການນອນກັບຄົນຮັກ ຫລື ຜົວ-ເມຍ ສະແດງໃຫ້ເຫັນເຖິງປະໂຫຍດຢ່າງຫລວງຫລາຍຕໍ່ສຸຂະພາບ ເຊິ່ງລວມເຖິງການຫລຸດຄວາມສ່ຽງຂອງພາວະຢຸດຫາຍໃຈໃນຂະນະນນຫລັບ, ຫລຸດອາການອນບໍ່ຫລັບ ແລະ ການປັບປຸງຄຸນນະພາບການນອນຫລັບໂດຍລວມໄດ້ເປັນຢ່າງດີ”
ທ່ານໝໍ Brandon Fuentes ຈິດຕະແພດຈາກມະຫາວິທະຍາໄລແອຣິໂຊນາກ່າວວ່າ ເສຍດາຍທີ່ການວິໄຈນີ້ບໍ່ໄດ້ບອກວ່າການນອນກັບຄູ່ນອນເຮັດໃຫ້ການນອນຫລັບຂອງບຸກຄົນນັ້ນດີຂຶ້ນໄດ້ ແລະ ມັນອາດເປັນໄປໄດ້ວ່າຄົນທີ່ນອນເປັນຄູ່ອາດຈະຄິດໄປເອງວ່າຕົວເອງນອນຫລັບໄດ້ດີຂຶ້ນ ແຕ່ຄວາມເປັນຈິງແລ້ວອາດຈະບໍ່ໄດ້ນອນຫລັບດີຂຶ້ນ ອາດເປັນພຽງການຄິດໄປເອງ
.
ແນວໃດກໍຕາມນີ້ບໍ່ແມ່ນການວິໄຈທໍາອິດທີ່ພົບວ່າການຢູ່ກັບຄົນຮັກຈະເຮັດໃຫ້ສຸຂະພາບຈິດຂອງຄົນດີຂຶ້ນ. ດັ່ງນັ້ນ, ການນອນກັບຄົນທີ່ເຮົາຮັກຈຶ່ງມີຄວາມເປັນໄປໄດ້ວ່າຈະເຮັດໃຫ້ເຮົາມີຄວາມສຸກ ແລະ ສຸຂະພາບຈິດດີຂຶ້ນອີກດ້ວຍ.

