ທະວິດເຕີ ປະກາດປິດສຳນັກງານ ຊົ່ວຄາວ ແລະ ຈະມາເປີດອີກຄັ້ງ ໃນອາທິດໜ້າ

ສຳນັກຂ່າວຕ່າງປະເທດລາຍງານວ່າ: ທະວິດເຕີແຈ້ງພະນັກງານໃນບໍລິສັດທຸກຄົນຢ່າງກະທັນຫັນວ່າ ສຳນັກງານຂອງທະວິດເຕີຈະປິດຊົ່ວຄາວຈົນເຖິງອາທິດໜ້າ ໂດຍມີຜົນທັນທີ ແຕ່ບໍ່ໄດ້ຊີ້ແຈງເຫດຜົນທີ່ຕ້ອງປິດສຳນັກງານແຕ່ຢ່າງໃດ.
ຫລັງຈາກທີ່ ອີລອນ ມັສ ຫາກໍສົ່ງອີເມວໄປຍັງພະນັກງານວ່າຈະຕ້ອງເຮັດວຽກໜັກ ແລະ ຍາວ ເພີ່ມຂຶ້ນ ແຕ່ຖ້າໃຜບໍ່ພໍໃຈ ຫລື ບໍ່ຢາກເຮັດກໍໃຫ້ລາອອກໄປ ຈົນມີກະແສວ່າ ມີພະນັກງານຈຳນວນຫລາຍ ລາອອກຈາກບໍລິສັດ ໂດຍລ່າສຸດມີການເຄື່ອນໄຫວໃນບໍລິສັດອີກຄັ້ງ ໂດຍມີການແຈ້ງໄປຍັງພະນັກງານທຸກຄົນວ່າ ທາງສຳນັກງານຈະປິດຊົ່ວຄາວ ແລະ ຈະເປີດອີກຄັ້ງໃນວັນທີ 21 ພະຈິກ 2022 ນີ້ ແຕ່ບໍ່ໄດ້ມີການແຈ້ງເຫດຜົນວ່າເປັນຫຍັງຕ້ອງປິດສຳນັກງານ.

