ນິວຢອກປະກາດພາວະສຸກເສີນ 11 ເຂດ ເນື່ອງຈາກ ພາຍຸຫິມະຖະຫລົ່ມ ເສຍຊີວິດແລ້ວ 2 ຄົນ

ສຳນັກຂ່າວຕ່າງປະເທດລາຍງານໃຫ້ຮູ້ວ່າ: ວັນທີ 18 ພະຈິກ 2022 ນີ້, ຫລາຍພື້ນທີ່ທາງພາກຕາເວັນຕົກຂອງລັດນິວຢອກ ກຳລັງຜະເຊີນກັບຫິມະຕົກຢ່າງໜັກ, ຈາກອິດທິພົນຂອງພາຍຸຫິມະຮຸນແຮງ ເຊິ່ງເຮັດໃຫ້ການຈະລາຈອນ ຢູ່ຖະໜົນຫລາຍສາຍເປັນອຳມະພາດ, ນອກນັ້ນຍັງມີຄວາມສ່ຽງທີ່ຈະເຮັດໃຫ້ຕົ້ນໄມ້ຫັກ ສ້າງຄວາມເສຍຫາຍແກ່ຊັບສິນ ແລະ ອາດເຮັດໃຫ້ໄຟຟ້າດັບ.
ເມືອງບລາສເດວ ໃນເຂດເອີຣີ ເຄົາຕີ ເປັນໜຶ່ງໃນຈຸດທີ່ມີຫິມະຕົກຖ້ວມສູງທີ່ສຸດ ເຮັດໃຫ້ມີຜູ້ເສຍຊີວິດ 2 ຄົນ ຈາກອາການຫົວໃຈຢຸດເຕັ້ນ ຂະນະທີ່ອອກໄປກວາດຫິມະອອກຈາກຫົນທາງ.
ຜູ້ວ່າການລັດນິວຢອກ ປະກາດພະວະສຸກເສີນ 11 ເຂດທົ່ວລັດ ພ້ອມທັງຮຽກຮ້ອງໃຫ້ປະຊາຊົນລະມັດລະວັງຕົວພາຍໃນອາທິດນີ້ ເນື່ອງຈາກ ເຫດການນີ້ເປັນເຫດການຫິມະຕົກຄັ້ງໃຫຍ່ ທີ່ອາດເປັນອັນຕະລາຍຕໍ່ຊີວິດ ທຽບເທົ່າພາຍຸຫິມະໃນເດືອນພະຈິກ ໃນປີ 2014 ເຊິ່ງມີຄົນເສຍຊີວິດເຖິງ 20 ຄົນ ໃນເມືອງ ບັບຟາໂລ.

