ຜູ້ນຳຈີນ-ຍີ່ປຸ່ນ ເຫັນພ້ອມຮັດແໜ້ນການພົວພັນລະຫວ່າງກັນ ລະຫວ່າງຫາລືນອກຮອບກອງປະຊຸມ APEC

ວັນທີ 17 ພະຈິກ 2022, ທ່ານ ຟູມິໂອະ ຄິຊິດະ ນາຍົກລັດຖະມົນຕີຍີ່ປຸ່ນ ແລະ ທ່ານ ສີຈິ້ນຜິງ ປະທານປະເທດຈີນ ເຫັນພ້ອມຈະພັດທະນາການພົວພັນລະຫວ່າງປະເທດ ໃນລະຫວ່າງການຫາລືນອກຮອບກອງປະຊຸມສຸດຍອດຜູ້ນຳເຂດເສດຖະກິດ APEC ຄັ້ງທີ 29 ເຖິງວ່ານາຍົກລັດຖະມົນຕີຂອງຍີ່ປຸ່ນຈະສະແດງ “ຄວາມກັງວົນ” ກ່ຽວກັບກິດຈະກຳທາງທະຫານຂອງຈີນໃນພາກພື້ນກໍຕາມ.
ທ່ານ ຄິຊິດະ ແລະ ທ່ານ ສີຈິ້ນຜິງ ໄດ້ຮ່ວມຫາລືກັນແບບຕົວຕໍ່ຕົວເປັນເວລາປະມານ 45 ນາທີ ຫລັງຈາກເດີນທາງມາເຖິງນະຄອນຫລວງບາງກອກ ໃນຕອນແລງວັນທີ 17 ພະຈິກ ໂດຍຜູ້ນຳທັງສອງເຫັນພ້ອມຈະຍົກລະດັບການສື່ສານກັນໃນບັນຫາດ້ານຄວາມໝັ້ນຄົງ ໂດຍກ່ອນໜ້ານີ້ ການພົວພັນຂອງຍີ່ປຸ່ນ ແລະ ຈີນຂ້ອນຂ້າງເຄັ່ງຕຶງ ເນື່ອງຈາກບັນຫາໄຕ້ຫວັນ ລວມທັງຂໍ້ຂັດແຍ່ງດ້ານດິນແດນບໍລິເວນໝູ່ເກາະເຊັງກາກຸ (Senkaku) ຫລື ທີ່ຈີນເອີ້ນວ່າໝູ່ເກາະຕຽວຢູ (Diaoyu).
ທ່ານ ຄິຊິດະ ກ່າວວ່າ: “ຂ້າພະເຈົ້າກັງວົນກ່ຽວກັບສະຖານະການໃນທະເລຈີນຕາເວັນອອກ ລວມທັງກໍລະນີໝູ່ເກາະເຊັງກາກຸ ຕະຫລອດຈົນກິດຈະກຳທາງທະຫານຂອງຈີນ ເຊິ່ງລວມທັງການຍິງລູກສອນໄຟ ແລະ ຂ້າພະເຈົ້າຂໍເນັ້ນເຖິງຄວາມສຳຄັນດ້ານສັນຕິພາບ ແລະ ສະຖຽນລະພາບໃນຊ່ອງແຄບໄຕ້ຫວັນ”
ສ່ວນທ່ານ ສີຈິ້ນຜິງ ໄດ້ສົ່ງສັນຍານເຖິງຄວາມຕັ້ງໃຈຂອງທ່ານທີ່ຈະປະສານການຮ່ວມມືກັບຍີ່ປຸ່ນ ເພື່ອສ້າງການພົວພັນທີ່ໝັ້ນຄົງ ແລະ ສ້າງສັນຂຶ້ນກວ່າເກົ່າ ໂດຍລະບຸວ່າ: “ຂ້າພະເຈົ້າຍິນດີຈະເຮັດວຽກຮ່ວມກັບທ່ານ ຕາມຄວາມຮັບຜິດຊອບໃນຖານະນັກການເມືອງທີ່ເນັ້ນສ້າງການພົວພັນ ຈີນ-ຍີ່ປຸ່ນ ທີ່ຕອບສະໜອງຄວາມຕ້ອງການຂອງໂລກຍຸກໃໝ່ຈາກມຸມມອງທາງກົນລະຍຸດ”.
ທັງນີ້, ການສົນທະນາຂອງສອງຜູ້ນຳປະເທດໃຫຍ່ແຫ່ງອາຊີມີຂຶ້ນເປັນຄັ້ງທຳອິດໃນຮອບ 3 ປີ. ຂະນະທີ່ຍີ່ປຸ່ນກຳລັງຜະເຊີນສະຖານະການທີ່ຍາກລຳບາກ ຫລັງຈາກອາເມລິກາຍົກລະດັບການຂວ້ຳບາດທາງເຕັກໂນໂລຊີຕໍ່ຈີນ ລວມທັງຍັງເປັນໄລຍະເວລາທີ່ການພົວພັນຂອງທັງສອງປະເທດຢູ່ໃນໄລຍະຫລຸດຖອຍ ຫລັງຈາກເດືອນສິງຫາຜ່ານມາ ຈີນໄດ້ຍິງລູກສອນໄຟ 5 ລູກຕົກລົງສູ່ເຂດເສດຖະກິດຈຳເພາະຂອງຍີ່ປຸ່ນ ໃນລະຫວ່າງຈັດການຊ້ອມຮົບອ້ອມເກາະໄຕ້ຫວັນ ເພື່ອຕອບໂຕ້ການມາຢ້ຽມຢາມຂອງທ່ານ ນາງ ແນນຊີ ເພໂລຊີ ປະທານສະພາຜູ້ແທນລາຊະດອນອາເມລິກາ.
ນອກຈາກນີ້, ທ່ານ ຄິຊິດະ ຍັງໄດ້ຮຽກຮ້ອງໃຫ້ຈີນ ແລະ ຍີ່ປຸ່ນປະສານການຮ່ວມມືໃນດ້ານເສດຖະກິດ ແລະ ພະລັງງານທີ່ເປັນມິດຕໍ່ສິ່ງແວດລ້ອມ. ຂະນະທີ່ທ່ານ ສີຈິ້ນຜິງ ກ່າວວ່າ: ຄວນຂະຫຍາຍຂອບເຂດຂອງການແລກປ່ຽນທາງວັດທະນະທຳ.
ສຳລັບບັນຫາສົງຄາມອູແກຣນນັ້ນ, ທ່ານ ຄິຊິດະ ລະບຸວ່າ: ທ່ານ ແລະ ທ່ານ ສີຈິ້ນຜິງ ເຫັນພ້ອມກັນວ່າຣັດເຊຍຈະຕ້ອງບໍ່ໃຊ້ອາວຸດນິວເຄຼຍໃນການເຮັດສົງຄາມ, ແຕ່ປະຕິເສດທີ່ຈະກ່າວເຖິງລາຍລະອຽດວ່າທ່ານ ສີຈິ້ນຜິງ ໄດ້ເຈລະຈາຫຍັງກ່ຽວກັບບັນຫາດັ່ງກ່າວແດ່.
ອ້າງອີງ:

