ຍົກສູງຄວາມສາມາດໃນການໂຄສະນາຕອບຕ້ານກົນອຸບາຍຂອງອິດທິກຳລັງປໍລະປັກຜ່ານສື່ມວນຊົນ

ສະຫາຍ ນາງ ສວນສະຫວັນ ວິຍະເກດ ກຳມະການສູນກາງພັກ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ປະກອບຄຳເຫັນຕໍ່ກອງປະຊຸມວຽກງານການເມືອງ-ແນວຄິດທົ່ວປະເທດຄັ້ງທີ V ໃນວັນທີ 17 ພະຈິກຜ່ານມາ ໃນຫົວຂໍ້: “ຍົກສູງຄວາມສາມາດໃນການໂຄສະນາຕອບຕ້ານກົນອຸບາຍຂອງອິດທິກຳລັງປໍລະປັກຜ່ານສື່” ວ່າ: ຕະຫຼອດໄລຍະຜ່ານມາວຽກງານສື່ມວນຊົນໄດ້ມີບົດບາດສຳຄັນໄດ້ກາຍເປັນອາວຸດອັນແຫຼມຄົມ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນໄຊຊະນະລວມຂອງການປະຕິວັດ ໂດຍສະເພາະພາຍຫຼັງພັກປະຊາຊົນ ປະຕິວັດລາວ ໄດ້ມີແນວທາງປ່ຽນແປງໃໝ່ຮອບດ້ານຢ່າງມີຫຼັກການ, ວຽກງານສື່ມວນຊົນຍິ່ງມີບົດບາດສຳຄັນໃນການເຜີຍແຜ່ແນວທາງປ່ຽນແປງໃໝ່ຂອງພັກລົງສູ່ທ້ອງຖິ່ນຮາກຖານ ແລະ ເປີດກວ້າງການຮ່ວມມືກັບພາກພື້ນ-ສາກົນ. ສື່ມວນຊົນ ນອກຈາກເຮັດໜ້າທີ່ໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ ຍັງເຮັດໜ້າທີ່ຕອບໂຕ້ບັນດາຖ້ອຍທຳນອງທີ່ບິດເບືອນຂອງອິດທິກຳລັງປໍລະປັກຜ່ານສື່ມວນຊົນຕໍ່ລະບອບໃໝ່ໄດ້ຢ່າງທັນການ, ສື່ມວນຊົນໄດ້ເອົາໃຈໃສ່ປະກອບສ່ວນວຽກງານຕິດຕາມ, ກວດກາ ແລະ ຕອບໂຕ້ຫາງສຽງບໍ່ດີຂອງສັງຄົມ, ໂຄສະນາຕອບຕ້ານກົນອຸບາຍ ຂອງອິດທິກຳລັງປໍລະປັກຜ່ານສື່ຢ່າງເລິກເຊິ່ງຮອບດ້ານ, ທັນການ ແລະ ເປັນລະບົບຕໍ່ເນື່ອງ. ໃນນັ້ນໄດ້ໂຄສະນາຕອບໂຕ້ນະໂຍບາຍຫັນປ່ຽນໂດຍສັນຕິຂອງສັດຕູທີ່ຫວັງມ້າງເພທຳລາຍລະບອບປະຊາທິປະໄຕ ປະຊາຊົນ, ຕີຖອຍຖ້ອຍທຳນອງບິດເບືອນໃສ່ຮ້າຍປ້າຍສີຂອງກຸ່ມຄົນບໍ່ດີ ແລະ ອິດທິກຳລັງປໍລະປັກຕໍ່ການນຳພາ, ຊີ້ນຳຂອງພັກ-ລັດກໍຄືໝາກຜົນໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເປັນຕົ້ນບັນຫາການກໍ່ສ້າງເຂື່ອນໄຟຟ້າ, ໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ, ການອອກຂ່າວບິດເບືອນຄວາມຈິງ, ຂ່າວປອມໃນໄລຍະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ແລະ ຂໍ້ກ່າວຫາກ່ຽວກັບສິດທິມະນຸດ, ປະຊາທິປະໄຕ, ເຜົ່າ ແລະ ສາສະໜາ.
ຄຽງຄູ່ກັນນັ້ນ, ສື່ມວນຊົນໄດ້ອອກບົດ, ຄໍລຳ, ບົດສຶກສາອົບຮົມ, ຕັກເຕືອນ ແລະ ຕອບໂຕ້ບັນດາຂ່າວປອມ, ຂ່າວບິດເບືອນຄວາມຈິງຢ່າງເລິກເຊິ່ງ ແລະ ທັນສະພາບການ. ໃນໄລຍະການແກ້ໄຂການລະບາດຂອງພະຍາດໂຄວິດ-19 ສື່ມວນຊົນກໍໄດ້ເຂົ້າຮ່ວມປະກອບສ່ວນໂຄສະນາຕອບຕ້ານກຸ່ມຄົນບໍ່ດີຢ່າງຕັ້ງໜ້າເຮັດໃຫ້ສັງຄົມມີຄວາມຮັບຮູ້, ເຂົ້າໃຈ, ມີສະຕິໃນການຮັບຂ່າວສານນັບມື້ດີຂຶ້ນເປັນກ້າວໆ.
ມາຮອດປັດຈຸບັນວຽກງານສື່ມວນຊົນກຳລັງໄດ້ຮັບການພັດທະນາເຕີບໃຫຍ່ຂະຫຍາຍຕົວທາງດ້ານປະລິມານ ແລະ ຄຸນນະພາບ, ຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນແຕ່ລະໄລຍະສະແດງອອກທົ່ວປະເທດມີສື່ສິ່ງພິມທັງໝົດ 152 ສະບັບ, ລວມທັງວາລະສານ, ໃບຂ່າວ, ໜັງສືພິມຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນໃນຂອບເຂດທົ່ວປະເທດ. ໃນນັ້ນມີໜັງສືພິມລາຍວັນ 11 ສະບັບ, ສະຖານີວິທະຍຸກະຈາຍສຽງ 82 ແຫ່ງ, ສະຖານີໂທລະພາບ 45 ແຫ່ງ, ໄດ້ຕິດຕັ້ງລະບົບໂທລະໂຄ່ງຢູ່ບ້ານ, ຊຸມຊົນທັງໝົດ 5.918 ຊຸດ, 148 ເມືອງໃນຂອບເຂດທົ່ວປະເທດ, ນອກນັ້ນຍັງໄດ້ຫັນປ່ຽນລະບົບເຕັກນິກວິທະຍຸ-ໂທລະພາບໄປສູ່ລະບົບທັນສະໄໝໄດ້ຈຳນວນໜຶ່ງ.
ສຳລັບສື່ໃໝ່ກໍໄດ້ຖືກນໍາໃຊ້ຢ່າງກວ້າງຂວາງ, ອີງຕາມສະຖິຕິແຫ່ງຊາດປະຊາກອນລາວມີປະມານ 7 ລ້ານກວ່າຄົນ, ໃນນັ້ນມີຜູ້ຊົມໃຊ້ໂທລະສັບມືຖື 6 ລ້ານກວ່າຄົນ, ໃຊ້ອິນເຕີເນັດ 3,5 ລ້ານກວ່າຄົນ ໂດຍເຫັນໄດ້ທ່າແຮງດັ່ງກ່າວ, ອົງການສື່ມວນຊົນຈຶ່ງໄດ້ນໍາໃຊ້ສື່ດັ່ງກ່າວເປັນຕົ້ນເວັບໄຊ, ເຟສບຸກ ແລະ ຢູທູບ ເຂົ້າໃນການເຜີຍແຜ່ຂໍ້ມູນຂ່າວສານຢ່າງກວ້າງຂວາງທັງມີຄວາມສະດວກ, ວ່ອງໄວ, ທັນສະພາບການ ແລະ ສັງຄົມກໍຄືປະຊາຊົນສາມາດເຂົ້າເຖິງຂໍ້ມູນໄດ້ຫຼາຍຂຶ້ນ.
ໄປຄຽງຄູ່ກັບການພັດທະນາພື້ນຖານໂຄງລ່າງຂອງວຽກງານຖະແຫຼງຂ່າວ, ພວກເຮົາມີບຸກຄະລາກອນສື່ມວນຊົນຫຼາຍກວ່າ 1.000 ຄົນ ທີ່ເຮັດໜ້າທີ່ການເມືອງຂອງຕົນຢູ່ອົງການສື່ໃນຂອບເຂດທົ່ວປະເທດໄດ້ຮັບການຝຶກຝົນຫຼໍ່ຫຼອມທາງດ້ານຄຸນສົມບັດ ສິນທຳປະຕິວັດ, ທິດສະດີການເມືອງ, ແນວທາງນະໂຍບາຍຂອງພັກ, ຂໍ້ກໍານົດກົດໝາຍຂອງລັດ, ທັງໄດ້ຮັບການຍົກລະດັບຢ່າງຕໍ່ເນື່ອງທັງໄລຍະສັ້ນ, ໄລຍະຍາວຢູ່ພາຍໃນ ແລະ ຕ່າງປະເທດເຮັດໃຫ້ເນື້ອໃນສາລະຕ່າງໆທັງສື່ສິ່ງພິມ, ສື່ເອເລັກໂຕຣນິກ ແລະ ສື່ອອນລາຍນັບມື້ນັບຫຼາກຫຼາຍຮູບແບບສີສັນສ່ອງແສງຂ່າວໄດ້ຢ່າງເລິກເຊິ່ງ ແລະ ກະຈາຍຜ່ານຫຼາຍຊ່ອງທາງໄປເຖິງທຸກກຸ່ມເປົ້າໝາຍໃນໂລກ ອັນໄດ້ຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງສັງຄົມໄດ້ເປັນຢ່າງດີ.

