ມາເນ ຜ່າຕັດເຂົ່າ, ຖອນຕົວຈາກບານໂລກ 2022 ຮຽບຮ້ອຍແລ້ວ

ເຊເນກັລ ຕ້ອງພົບກັບຂ່າວຮ້າຍ ເມື່ອຊຸບເປີສະຕາປະຈຳທີມຄື ຊາດີໂອ ມາເນ ໄດ້ຮັບບາດເຈັບເຂົ່າຮຸນແຮງຈົນຕ້ອງຜ່າຕັດໄປແລ້ວ ແລະ ຖອນຕົວຈາກບານໂລກ.

ຊາດີໂອ ມາເນ ກອງໜ້າທີມຊາດເຊເນກັລ ຕ້ອງຖອນຕົວຈາກການແຂ່ງຂັນ ບານເຕະໂລກ 2022 ຈົນໄດ້ ເນື່ອງຈາກລາວຕ້ອງຜ່າຕັດປິ່ນປົວອາ ການບາດເຈັບ ແລະ ເຊົາບໍ່ທັນລົງເຕະລາຍການໃຫຍ່ຢ່າງແນ່ນອນ.

ສຳລັບ ມາເນ ໄດ້ຮັບບາດເຈັບມາຕັ້ງແຕ່ຕອນຍັງຫລິ້ນໃຫ້ຕົ້ນສັງກັດ (ບາເຢິນ ມິວນິກ) ແຕ່ທີມຊາດເຊເນກັລ ກໍຍັງຮຽກຕົວລາວຕິດທີມຊາດ ແລະ ມີຂ່າວວ່ານັກເຕະອາຍຸ 30 ປີ ໜ້າຈະພາດພຽງເກມທຳອິດຂອງຮອບແບ່ງກຸ່ມ.

ແນວໃດກໍຕາມ ຜົນການກວດຫລ້າສຸດລະບຸວ່າ ອາການຂອງ ມາເນ ຮ້າຍແຮງຈົນເຖິງຂັ້ນຜ່າຕັດ ແລະ ຕ້ອງໃຊ້ເວລາພັກຟື້ນດົນເກີນ ກວ່າຈະ ກັບມາລົງສະໜາມໃນລາຍການນີ້ໄດ້.

ຫລ້າສຸດ ບາເຢິນ ມິວນິກ ຢືນຢັນວ່າ ມາເນ ໄດ້ເຮັດການຜ່າຕັດຮຽບຮ້ອຍແລ້ວທີ່ອອສເຕຣຍ ໂດຍເປີດເຜີຍການຖະແຫລງວ່າ : “  ຊາດີໂອ ມາເນ ຜ່ານການຜ່າຕັດໄປດ້ວຍຄວາມສຳເລັດເມື່ອວັນພະຫັດ ເຊິ່ງລາວຈະບໍ່ສາມາດລົງແຂ່ງຂັນໃນບານໂລກຄັ້ງນີ້ໄດ້ ”.