ຈີນລັອກດາວ ມະຫາວິທະຍາໄລປັກກິ່ງ ຫລັງພົບຜູ້ຕິດເຊື້ອໂຄວິດທົ່ວປະເທດເພີ່ມຂຶ້ນສູງ

ລັດຖະບານຈີນຍັງໃຊ້ມາດຕະການທີ່ເຂັ້ມງວດໃນການສະກັດກັ້ນການແພ່ລະບາດຂອງໂຄວິດ-19 ພາຍໃຕ້ນະໂຍບາຍໂຄວິດຕ້ອງເປັນສູນ ທາງການນະຄອນຫລວງປັກກິ່ງ ໄດ້ສັ່ງລັອກດາວມະຫາວິທະຍາໄລປັກກິ່ງ ຕັ້ງແຕ່ວັນພຸດ ວັນທີ 16 ພະຈິກ ທີ່ຜ່ານມາ, ຫລັງພົບຜູ້ຕິດເຊື້ອໂຄວິດໃນມະຫາວິທະຍາໄລ 1 ຄົນ ໂດຍບໍ່ອະນຸຍາດໃຫ້ນັກສຶກສາ ແລະ ຄະນະອາຈານອອກຈາກມະຫາວິທະຍາໄລ ຍົກເວັ້ນມີເຫດຈຳເປັນ ແລະ ຍັງມີການຮຽນ-ການສອນເປັນປົກກະຕິ.

ທາງການຈີນລາຍງານວ່າ: ພົບຜູ້ຕິດເຊື້ອໃໝ່ປະມານ 350 ຄົນ ພາຍໃນ 24 ຊົ່ວໂມງ ດັ່ງນັ້ນ ທາງການຈີນຈຶ່ງໃຊ້ມາດຕະການລັກດາວ ແລະ ກັກຕົວຜູ້ຕິດເຊື້ອ ຫລື ຜູ້ສຳຜັດໃກ້ຊິດ, ນອກນັ້ນຍັງພົບຜູ້ຕິດເຊື້ອທົ່ວປະເທດເພີ່ມຂຶ້ນມາເປັນ 20,000 ຄົນ ພາຍໃນວັນດຽວ.