FA ຕັ້ງຂໍ້ຫາ ອີວານ ໂທນີ່ ກອງໜ້າໂຕເກັ່ງ ເບຣນຟອດ ຈາກຄະດີລົງພະນັນບານ 232 ຄັ້ງ

ສະມາຄົມບານເຕະອັງກິດ (FA) ໄດ້ຕັ້ງຂໍ້ຫາ ອີວານ ໂທນີ່ ກອງໜ້າໂຕເກັ່ງຂອງ ເບຣນຟອດ ໂດຍມີຂໍ້ຫາມີສ່ວນກ່ຽວຂ້ອງກັບການພະນັນບານເຕະຕັ້ງແຕ່ປີ 2017-2021.

ລາຍງານຂອງ FA ເປີດເຜີຍວ່າ ໂທນີ່ ອາຍຸ 26 ປີ ມີຄວາມຜິດຕັ້ງແຕ່ວັນທີ 25 ກຸມພາ 2017 ຫາ 23 ມັງກອນ 2021 ໂດຍຖືກພົບເຫັນວ່າມີສ່ວນກ່ຽວຂ້ອງກັບການຫລິ້ນການພະນັນບານເຕະ 232 ຄັ້ງ ໃນຊ່ວງເວລາດັ່ງກ່າວ

ດ້ານຝ່າຍ​ຂອງ​ ໂທນີ່ ມີ​ເວລາ​ເຂົ້າຮັບຂໍ້ກ່າວຫາຈົນ​ຮອດ​ວັນ​ພະຫັດ​ທີ 17 ພະຈິກ ​ເພື່ອ​ຟັງ​ການ​ກ່າວ​ຫາ. ຫລັງຈາກນີ້ FA ຈະພິຈາລະນາການລົງໂທດໃນພາຍຫລັງ ໂດຍຂັ້ນຕົ້ນໜ້າຈະຖືກຫ້າມບໍ່ໃຫ້ລົງຫລີ້ນກັບສະໂມສອນໃນຊົ່ວໄລຍະຫນຶ່ງ

ສ່ວນທາງ ເບຣນຟອດ ໄດ້ອອກຖະແຫລງການໂດຍກ່າວວ່າ “ພວກເຮົາຢູ່ໃນການປືກສາຫາລືກັບ ອີວານ ແລະ ຜູ້ຕາງຫນ້າທາງດ້ານກົດຫມາຍຂອງລາວ. ແລະ ພວກເຮົາຈະບໍ່ສະແດງຄວາມຄິດເຫັນໃດໆ ​ໃນ​ເລື່ອງ​ນີ້​ຈົນ​ກວ່າ​ການ​ສືບສວນ​ຈະ​ສຳ​ເລັດ.”