5 ພຶດຕິກຳທີ່ຕ້ອງຮີບປ່ຽນຫາກບໍ່ຢາກເປັນຄົນນິໄສແບບເກົ່າ.

 

  1. ຫລິ້ນໂທລະສັບກ່ອນນອນ :ຍິ່ງຫລິ້ນຕອນປິດໄຟຕະຫລອດຍິ່ງສ່ຽງຕໍ່ການເສຍສຸຂະພາບດວງຕາ.
  • ວິທີແກ້ :ປິດການແຈ້ງເຕືອນ, ກຳນົດເວລາທີ່ຈະຕ້ອງວາງໂທລະສັບກ່ອນເຂົ້ານອນ.
  1. ມື້ອື່ນຈຶ່ງເຮັດ :ນອກຈາກຈະຕ້ອງແບກຮັບຄວາມກັງວົນໃນສິ່ງທີ່ຍັງເຮັດບໍ່ທັນສຳເລັດແລ້ວຍັງຕ້ອງແບກຮັບຄວາມເຄັ່ງຄຽດນຳ.
  • ວິທີແກ້ :ກຳນົດເວລາໃຫ້ກັບຕົນເອງວ່າຈະເຮັດໃຫ້ແລ້ວພາຍໃນໄລຍະເວລາເທົ່າໃດ.
  1. ຂາດຈິດສຳນຶກ :ຍິ່ງໂລກໝູນໄປຂ້າງໜ້າໄວຫລາຍເທົ່າໃດເຮົາຫລາຍຄົນກໍຍິ່ງຂາດຈິດສຳນຶກຫລາຍເທົ່ານັ້ນແມ່ນແຕ່ ເລື່ອງເລັກໆນ້ອຍໆໃກ້ໂຕ.
  • ວິທີແກ້ :ສຳຫລວດຕົນເອງຢ່າງຕັ້ງໃຈວ່າມີຂໍ້ຜິດພາດບ່ອນໃດແດ່ ແລະຕັ້ງໃຈທີ່ຈະແກ້ໄຂຄວາມຜິດພາດນັ້ນ.
  1. ຍຶດຕິດຢູ່ກັບເລື່ອງອະດີດ :ເຮັດໃຫ້ເຮົາຕິດຢູ່ກັບຄວາມຮູ້ສຶກທີ່ບໍ່ດີເກົ່າໆ.
  • ວິທີແກ້ :ປ່ຽນຄວາມຄິດໃໝ່, ເບິ່ງສິ່ງທີ່ຜ່ານມາແລ້ວໃຫ້ຜ່ານໄປແລະເອົາສິ່ງເຫລົ່ານັ້ນເປັນບົດຮຽນໃນການໃຊ້ ຊີວິດຕໍ່ໄປ.
  1. ບໍ່ມີເປົ້າໝາຍໃນຊີວິດ : ຮູ້ຫລືບໍ່ວ່າການທີ່ທ່ານບໍ່ມີເປົ້າໝາຍໃນຊີວິດເລີຍອາດຈະເຮັດໃຫ້ເປັນພະຍາດຊຶມເສົ້າໄດ້.
  • ວິທີແກ້ :ເລີ່ມຈາກກຳນົດເປົ້າໝາຍນ້ອຍໆໄລຍະສັ້ນເມື່ອສຳເລັດແລ້ວກໍຕັ້ງເປົ້າໝາຍໃນຂັ້ນຕໍ່ໄປຄ່ອຍໆໄປເທື່ອລະຂັ້ນແລະບໍ່ກົດດັນໂຕເອງຈົນເກີນໄປ.