ສາເຫດທີ່ເຮັດໃຫ້ຄົນຢາກລາອອກຈາກວຽກ

- ບໍ່ພໍໃຈໃນວຽກທີ່ເຮັດຢູ່ : ຕອນຍັງບໍ່ຮູ້ຈັກ ຫລື ຍັງບໍ່ທັນໄດ້ເຮັດວຽກນີ້ ກໍຄິດວ່າຈະຖືກໃຈ, ແຕ່ເມື່ອໄດ້ເຮັດແລ້ວ ກໍເກີດຄວາມຮູ້ສຶກບໍ່ພໍໃຈໃນວຽກທີ່ເຮັດຢູ່ ຈຶ່ງມີເຫດຜົນນີ້ເພື່ອຢາກລາອອກ.
- ບໍ່ມີໂອກາດກ້າວໜ້າ : ເມື່ອເຮັດວຽກໄປໄລຍະໜຶ່ງແລ້ວ ກໍໄດ້ເຫັນວ່າວຽກນີ້ບໍ່ແມ່ນໂອກາດຈະກ້າວໜ້າ ຈຶ່ງຢາກລາອອກ.
- ຈັດຄວາມດຸ່ນດ່ຽງຂອງຊີວິດບໍ່ໄດ້, ມີຄວາມກົດດັນສູງ, ຮູ້ສຶກວ່າໂຕເອງເຮັດວຽກໄດ້ຕໍ່າກ່ວາລະດັບທີ່ພໍໃຈ ຈຶ່ງກາຍເປັນ ເຫດຜົນທີ່ເຮັດໃຫ້ຢາກລາອອກ.
- ຮູ້ສຶກບໍ່ດີກັບຫົວໜ້າ : ນີ້ກໍແມ່ນອີກໜຶ່ງເຫດຜົນທີ່ເຮັດໃຫ້ຄົນຢາກລາອອກຈາກວຽກ.
- ບໍ່ໄດ້ເລື່ອນຕຳແໜ່ງ : ເຮັດວຽກມາຫລາຍປີ, ສ້າງຜົນງານກໍຫລາຍ, ແຕ່ກໍຍັງບໍ່ໄດ້ເລື່ອນຕຳແໜ່ງຈັກເທື່ອ ຈຶ່ງມີຄວາມຄິດຢາກລາອອກ.
- ຢາກມີທຸລະກິດສ່ວນໂຕ : ເຮັດວຽກມາຫລາຍປີບໍ່ມີຫຍັງ ຫລື ບໍ່ໄດ້ຫຍັງເປັນຂອງຕົນເອງ ແລະ ເບື່ອໜ່າຍການເຮັດຕາມກົດລະບຽບ ຈຶ່ງຢາກລາອອກມາເຮັດທຸລະກິດເປັນຂອງຕົນເອງ.
- ມີໂອກາດທີ່ດີກ່ວາ : ເຮັດວຽກຢູ່ບ່ອນນີ້ມາຫລາຍປີແລ້ວ, ແຕ່ບັງເອີນໄດ້ຮູ້ຈັກ ຫລື ໄດ້ເຫັນໂອກາດທີ່ດີກ່ວາ ຈຶ່ງຢາກລາ ອອກຈາກວຽກເກົ່າ.
- ຢາກຮຽນຮູ້ປະສົບການໃໝ່ໆ : ເຮັດວຽກເກົ່າມາຫລາຍປີ ຮຽນຮູ້ແຕ່ວຽກເກົ່າ ຈຶ່ງຢາກໄປຮຽນຮູ້ປະສົບການຈາກບ່ອນໃໝ່ ນີ້ກໍແມ່ນໜຶ່ງເຫດຜົນທີ່ເຮັດໃຫ້ຄົນຢາກລາອອກ.
- ມີປັນຫາການເດີນທາງ : ນີ້ກໍແມ່ນໜຶ່ງປັນຫາຫຍຸ້ງຍາກອັນໜຶ່ງໃນການເຮັດວຽກ ແລະ ກໍເປັນເຫດຜົນຢາກໃຫ້ລາອອກໄດ້.
- ເຂົ້າກັບເພື່ອນຮ່ວມງານບໍ່ໄດ້ : ຫາກມີເພື່ອນຮ່ວມງານບໍ່ດີ ເຮັດວຽກແນວໃດກໍບໍ່ມີຄວາມສຸກ ເນື່ອງຈາກຄວາມສາມັກຄີ ແລະ ຂາດການຊ່ວຍເຫລືອເຊິ່ງກັນແລະກັນ.

