ທ່ານ ທຣຳ ປະກາດລົງຊີງຕຳແໜ່ງປະທານາທິບໍດີອາເມລິກາ ສະໄໝ 2 ຢ່າງເປັນທາງການແລ້ວ

ທ່ານ ໂດນັລ ທຣຳ ອະດີດປະທານາທິບໍດີອາເມລິກາ ຖະແຫລງຢ່າງເປັນທາງການວ່າ: ທ່ານຈະລົງສະໝັກຮັບເລືອກຕັ້ງຊີງຕຳແໜ່ງປະທານາທິບໍດີອາເມລິກາສະໄໝທີ 2 ໃນປີ 2024.

ສຳນັກຂ່າວບລູມເບິກລາຍງານວ່າ: ກ່ອນທ່ານ ທຣຳ ຈະຖະແຫລງເລື່ອງດັ່ງກ່າວຢູ່ເຮືອນພັກໃນລີສອດອາລາໂກ ເມືອງປາມບີຊ ລັດຟໍຣິດານັ້ນ ທ່ານໄດ້ຍື່ນເອກະສານຕໍ່ຄະນະກຳມະການຈັດການເລືອກຕັ້ງຂອງລັດຖະບານອາເມລິກາໃນຄືນວັນທີ 15 ພະຈິກຕາມເວລາທ້ອງຖິ່ນ ເພື່ອສະແດງເຈດຈຳນົງໃນການລົງສະໝັກຮັບເລືອກຕັ້ງສະໄໝທີ 2 ພ້ອມປະກາດຈັດຕັ້ງຄະນະກຳມະການເພື່ອປຸກລະດົມຫາສຽງເລືອກຕັ້ງໃນຄັ້ງນີ້.

ທັງນີ້, ຄຳຖະແຫລງດັ່ງກ່າວສົ່ງຜົນໃຫ້ທ່ານ ທຣຳ ກາຍເປັນບຸກຄົນທຳອິດທີ່ປະກາດລົງຊີງຕຳແໜ່ງປະທານາທິບໍດີອາເມລິກາຢ່າງເປັນທາງການ.

ທ່ານ ທຣຳ ສະແດງຄວາມເພິ່ງພໍໃຈຕໍ່ຜົນການເລືອກຕັ້ງກາງສະໄໝຂອງຜູ້ສະໝັກພັກຣີພັບລິກັນທີ່ທ່ານໃຫ້ການສະໜັບສະໜູນ ເຖິງວ່າບໍ່ໄດ້ຮັບຄະແນນສຽງຢ່າງຫລວງຫລາຍຕາມຄາດຄະເນໄວ້ ແລະ ຫລາຍທ່ານເສຍໄຊກໍຕາມ.

ທ່ານ ທຣຳ ຢືນຢັນວ່າ: ຜົນການເລືອກຕັ້ງກາງສະໄໝບໍ່ໄດ້ເຮັດໃຫ້ທ່ານປ່ຽນແປງການຕັດສິນໃຈໃນການປະກາດຊີງຕຳແໜ່ງປະທານາທິບໍດີອາເມລິກາອີກ.

ເຖິງຢ່າງໃດກໍດີ, ຄາດວ່າທ່ານ ທຣຳ ຕ້ອງຜະເຊີນຄູ່ແຂ່ງສຳຄັນຄືທ່ານ ຣອນ ດີແຊນທິສ ຜູ້ວ່າການລັດຟໍຣິດາ ເພື່ອຍາດຊີງຕຳແໜ່ງການເປັນຕົວແທນພັກຣີພັບລິກັນໃນການເລືອກຕັ້ງປະທານາທິບໍດີອາເມລິກາໃນປີ 2024 ໂດຍທ່ານ ດີແຊນທິສ ເລີ່ມໄດ້ຮັບສຽງສະໜັບສະໜູນເພີ່ມຂຶ້ນຈາກສະມາຊິກພັກຣີພັບລິກັນ. ຂະນະທີ່ກະແສສະໜັບສະໜູນທ່ານ ທຣຳ ເລີ່ມຫລຸດລົງ ຫລັງຈາກທ່ານບໍ່ສາມາດເຮັດໃຫ້ເກີດປາກົດການ Red Wave ໃນການເລືອກຕັ້ງກາງສະໄໝຜ່ານມາ.