ຊາດິໂອ ມາເນ່ ຟິດບໍ່ທັນ ອົດດວນ ຟານໄດຈ ເພື່ອນຮ່ວມທີມເກົ່າ ນັດທຳອິດໃນບານໂລກ

ເຖິງວ່າຈະຖືກເອີ້ນມາຕິດທີມໃນຊຸດບານໂລກ 2022 ແຕ່ເບິ່ງຄືວ່າທາງຝ່າຍ ເຊເນກັລ ຈະໝົດສິດໃຊ້ງານ ຊາດິໂອ ມາເນ່ ຊຸບເປີສະຕາຂອງທີມໃນເກມທຳອິດ. ເນື່ອງຈາກວ່າຍັງບໍ່ທັນໄດ້ຟື້ນຕົວຈາກການບາດເຈັບຂອງລາວ.
ເຊເນກັລ ມີໂປຣແກມເປີດສະໜາມ ພົບກັບ ເນເທີແລນ ກຸ່ມ A ໃນວັນທີ 21 ພະຈິກ ໂດຍທີມຂອງ ອາລິອູ ຊິສເຊ ຄາດວ່າຈະສົ່ງ ມາເນ່ ທີ່ມີອາການບາດເຈັບທີ່ກະດູກຂາຂ້າງຂວາ ລົງຫລິ້ນຕັ້ງແຕ່ທໍາອິດ
ແຕ່ໜ້າເສຍດາຍເມື່ອ ອັບດູນລາຍ ໂຊວ ໜຶ່ງໃນສະມາຊິກຄະນະກຳມະການຂອງສະມາຄົມບານເຕະເຊເນກັລ ເປີດເຜີຍຂ່າວຮ້າຍວ່າດາວເຕະໄວ 30 ປີ ບໍ່ເຊົາທັນລົງສະໜາມໃນນັດທໍາອິດກັບ “ໂຮນລັງ” ແລະ ຕ້ອງລໍລຸ້ນໃນເກມອື່ນ ເຊັ່ນນັດພົບກັບ ກາຕ້າ ໃນວັນທີ 25 ພະຈິກ ຫລື ນັດສຸດທ້າຍດວນກັບ ເອກົວດໍ ວັນທີ 29 ພະຈິກ.

