ມີສຽງປືນໃກ້ຊາຍແດນ ບັງກະລາເທດ-ມຽນມາ

 

ລັດຖະບານ​ມຽນມາ​ກ່າວ​ວ່າ: ​ເຈົ້າໜ້າ​ທີ່​ອົບ​ພະຍົບປະຊາຊົນ​ທີ່​ບໍ່​ແມ່ນ​ມຸດ​ສະ​ລິ​ມຈຳນວນ 4.000 ຄົນ​ທາງ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ລັດ​ຍະ​ໄຂ່, ຂະນະ​ທີ່​ມີ​ສຽງ​ປືນ​ດັງ​ຕໍ່​ເນື່ອງ​ຈາກ​ກອງທັບ​ຕອບ​ໂຕ້​ກອງ​ກຳລັງ​ຕິດ​ອາວຸດ​ຊາວ​ໂຣຮິງ​ຢາ ທ່າມກາງ​ຊາວ​ໂຣຮິງ​ຢາ​ອີກ​ຫລາຍ​ພັນ​ຄົນ​ຫລົບໜີ​ອອກ​ນອກ​ຊາຍ​ແດນ​ໄປ​ບັງ​ກະລາ​ເທດ​ໃນ​ວັນ​ທີ 27 ສິງຫາ.

ລັດຖະບານ​ມຽນມາ​ຖະ​ແຫລ​ງວ່າ​: ຈຳນວນ​ຜູ້​ເສຍ​ຊີວິດ​ຈາກ​ເຫດ​ຄວາມ​ຮຸນ​ແຮງ​ຈາກ​ກຸ່ມ​ຕິດ​ອາວຸດ​ຊາວ​ໂຣຮິງ​ຢາ​ໂຈມ​ຕີ​ສະຖານີ​ຕຳຫລວດ​ຫລາຍ​ແຫ່ງ​ມີ​ຈຳນວນ​ເພີ່ມ​ເປັນ 98 ຄົນ ​ເປັນ​ສະມາຊິກ​ກຸ່ມ​ຕິດ​ອາວຸດ 80 ຄົນ ​ແລະ ກອງ​ກຳລັງ​ຮັກສາ​ຄວາມ​ໝັ້ນຄົງ 12 ຄົນ. ຂະນະ​ດຽວ​ກັນ​ມີ​ຊາ​ວ​ໂຣຮິງ​ຢາ​ອີກ​ຫລາຍ​ພັນ​ຄົນ​ສ່ວນ​ຫລາຍ​ເປັນ​ຜູ້ຍິງ ​ແລະ ​ເດັກນ້ອຍ​ທີ່​ພະຍາຍາມ​ອົບ​ພະຍົບໜີ​ຂ້າມ​ແມ່ນ້ຳນາບ​ທີ່​ແບ່ງ​ເຂດ​ແດນ​ລະຫວ່າງ​ມຽນມາ​ກັບ​ບັງ​ກະລາ​ເທດ ​ແລະ ​ເຂດ​​ແດນ​ທາງບົກ. ນັກ​ຂ່າວຣອຍ​ເຕີ​ລາຍ​ງານ​ວ່າ: ​ໄດ້​ຍິນ​ສຽງ​ປືນ​ຈາກ​ທາງ​ຝັ່ງ​ມຽນມາ​ໃນ​ວັນ​ທີ 27 ສິງຫາ ຍິ່ງ​ເຮັດ​ໃຫ້​ຊາວ​​ໂຣຮິງ​ຢາ​ອົບ​ພະຍົບ​ໄປ​ໃນ​ພື້ນທີ່​ທີ່​ເປັນ​ເຂດ​ທັບ​ຊ້ອນ​ຂອງ​ທັງ​ສອງ​ປະ​ເທດ.