7 Habits ງ່າຍໆ ຊ່ວຍບໍລິຫານສະໝອງໃຫ້ສະຫລາດຂຶ້ນ

ຮູ້ ຫລື ບໍ່ ວ່າໃນລະຫວ່າງທີ່ເຮົາໃຊ້ຊີວິດປະຈໍາວັນ ເຮົາສາມາດເຝິກສະໝອງໄປພ້ອມໆກັນໄດ້ ແລະ ຍັງເປັນວິທີທີ່ບໍ່ຍາກ ຖ້າໝັ່ນເຝິກໝັ່ນບໍລິຫານເປັນປະຈໍາ ສາມາດເຮັດໃຫ້ສະໝອງເຮົາຄວາມຈໍາດີຂຶ້ນ, ຫາງໄກຈາກອັລໄຊເມີ ແລະ ຍັງເຮັດໃຫ້ສະຫລາດຂຶ້ນອີກດ້ວຍ. ແພດຜູ້ຊ່ຽວຊານກໍໄດ້ອອກມາຢືນຍັນວ່າສະໝອງກໍບໍ່ຕ່າງຈາກອະໄວຍະວະສ່ວນອື່ນໆຂອງຮ່າງກາຍ ຖ້າບໍ່ຄ່ອຍໄດ້ໃຊ້ງານ ຄວາມສາມາດຂອງສະໝອງກໍາອາດຈະຫລຸດລົງເຊັ່ນດຽວກັນ ແຕ່ຖ້າເຮົາໝັ່ນໍບລິຫານສະໝອງກໍຈະຄືກັນກັບຮ່າງກາຍທີ່ອອກກໍາລັງກາຍຕະຫລອດ ທີ່ແຂງແຮງ, ​ບໍ່ເຈັບປ່ວຍງ່າຍ ແລະ ຍັງເຮັດໃຫ້ສຸຂະພາບຈິດດີຂຶ້ນອີກດ້ວຍ. ເມື່ອການບໍລິຫານສະໝອງສໍາຄັນຂະໜາດນີ້ ພວກເຮົາຈຶ່ງໄດ້ນໍາເອົາວິທີບໍລິຫານສະໝອງໃຫ້ສະຫລາດຂຶ້ນຈາກໂຮງໝໍເປົາໂລ ມາຝາກຜູ້ອ່ານໃຫ້ໄປລອງເຝຶກດັ່ງນີ້:

 

  1. ຖູແຂ້ວດ້ວຍມືເບື້ອງທີ່ບໍ່ຖະນັດ
  2. ເຝິກເບິ່ງສິ່ງຂອງປີ້ນຫົວ ເຝິກເບິ່ງສື່ພາບ ແລະ ຕີຄວາມໃຫ້ຊັບຊ້ອນຂຶ້ນ
  3. ລອງຜ່ານເສັ້ນທາງໃໝ່ທີ່ບໍ່ຄຸ້ນເຄີຍ
  4. ເຝິກຕໍ່ຈິກຊໍ, ໝາກຮຸກ, ໝາກດ້າມ

5.​ ປ່ຽນກິ່ນຫອມໃໝ່ໆໃນທຸກອາທິດ

  1. ປ່ຽນບ່ອນວາງເຄື່ອງໃຊ້ ໃຫ້ສະໝອງໄດ້ຄິດ ແລະ ຈື່ຈໍາໃໝ່
  2. ອ່ານໜັງສືແບບອອກສຽງ ສະລັບໜ້າທີ່ໃຫ້ສະໝອງສ່ວນທີ່ຖືກຫລົງລືມໄດ້ເຮັດວຽກ