ຄະນະບໍລິຫານແມນຢູ ກຽມຮຽກ ເທນ ຮາກ ຕັດສິນອະນາຄົດ ໂຣນັລໂດ ຫລັງນັກເຕະອອກມາປະຈານສະໂມສອນ

ເປີດເຜີຍລາຍຊື່ຄະນະບໍລິຫານລະດັບສູງທີ່ກຽມເຈລະຈາກັບທີມແມນຢູ, ເພື່ອສິນອະນາຄົດ ຄຣິສເຕຍໂນ ໂຣນັລໂດ້ ຫລັງປະຈານີມພຮີເມຍລີກ.

ເທເລກຣາບ ສື່ຊື່ດັງຂອງອັງກິດລາຍງານວ່າ : ເຫລົ່າຜູ້ບໍລິຫານລະດັບສູງຂອງ ແມນເຊສເຕີ ຢູໄນເຕັດ ກຽມນັດ ເອຣິກ ເທນ ຮາກ ຜູ້ຈັດການທີມມາເຈລະຈາ ເພື່ອຕັດສິນກໍລະນີ ຂອງ ຄຣິສເຕຍໂນ ໂຣນັລໂດ້ ຫລັງດາວຍິງທີມຊາດໂປຣຕຸເກສ ອາຍຸ 37 ປີ ໃຫ້ສຳພາດແບບແບບບໍ່ໄວ້ໜ້າຕົ້ນສັງກັດໃນພຣີເມຍລີກ ອັງກິດ ທັງບັນຫາກັບ ເທນ ຮາກ ແລະ ຣາຟ ຣັງນິກ ອະດີດຜູ້ຈັດ ການທີມ, ຕຳນິສະໂມສອນວ່າບໍ່ພັດທະນາຈາກໄລຍະທຳອິດທີ່ເຄີຍຮ່ວມງານໃນປີ 2003-2009, ການຕອບໂຕ້ກັບ ເວນ ຣູນີ ອະດີດຫມູ່ຮ່ວມທີມທີ່ມັກວິຈານລາວ ແລະ ອື່ນນຳອີກ.

ເຮັດໃຫ້ຄະນະບໍລິຫານແມນຢູ ກຽມຮຽກ ເທນ ຮາກ ມາປະຊຸມວາລະສຸກເສີນກ່ຽວກັບອະນຄົດຂອງ ໂຣນັລໂດ້ ໂດຍແຫລ່ງຂ່າວລະ ບຸວ່າ ຈະທັງ ໂຈເອລ ເກລເຊີ ເຈົ້າຂອງ ແລະ ເຈົ້າຂອງປະເທດສະໂມສອນຮ່ວມ, ຣີຊາດ ອາໂນລ ຊີອີໂອ ແລະ ຈອນເມີເທີ ຜູ້ອຳນວດການບານເຕະມາກ່າວເພື່ອທາງອອກຮ່ວມກັນ.

ສຳລັບ ໂຣນັລໂດ້ ບໍ່ມີຊື່ລົງສະໜາມໃຫ້ ແມນຢູ ແລະ ບໍ່ມີທັງຕົວສຳຮອງໃນປີ 22 ນັດຫລ້າສຸດ ທັງຄາຣາບາວ ຄັພ (ລີກຄັບ) ຮອບທີ 3 ທີ່ຊະນະແອສຕັນວິລາ 4-2 ແລະ ພຣີເມຍລີກ ເມື່ອຄືນວັນທີ່ຜ່ານມາ ເຊິ່ງບຸກໄປຊະນະ ຟູແລມ 2-1 ໂດຍຄາດວ່າລາວຈະອອກ ເດີນທາງໄປສົມທົບກັບ ທີມຊາດສະເປີ ເພື່ອກຽມຕົວລຸຍບານໂລກ 2022 ລະຫວ່າງວັນທີ 20 ພະຈິກ ເຖິງ 18 ທັນວານີ້ ແລະ ຈະກັບມາຍັງສະໂມສອນ ຫລັງສຳເລັດພາລະກິດ.