ພຶດຕິກຳສ່ຽງເຮັດໃຫ້ປ່ວຍເປັນພະຍາດກະເພາະອາຫານ.

ສິ່ງທີ່ດີທີ່ສຸດຂອງການບໍ່ເຈັບປ່ວຍແມ່ນການເບິ່ງແຍງດູແລຕົນເອງ, ປ້ອງກັນພະຍາດກະເພາະອາຫານເຊິ່ງພຶດຕິກຳທີ່ກໍ່ໃຫ້ ເກີດພະຍາດທີ່ຕ້ອງຫລີກເວັ້ນມີຄື :

  • ກິນອາຫານເຜັດໆເຄັມໆຫລາຍເກີນໄປ.
  • ກິນອາຫານບໍ່ກົງເວລາ.
  • ເຄັ່ງຄຽດວິຕົກກັງວົນ.
  • ຕິດເຊື້ອໃນກະເພາະອາຫານ.
  • ໃຊ້ຢາທີ່ມີຜົນຕໍ່ເນື້ອເຍື່ອທາງເດີນອາຫານ.
  • ສູບຢາ.
  • ການດື່ມເຫລົ້າ.

+ ອາການຂອງພະຍາດກະເພາະອາຫານແບ່ງອອກເປັນ 4 ໄລຍະຄື :

  • ຍື່ງທ້ອງ, ແຕ່ບໍ່ເອື້ອມ, ບໍ່ຕົດ.
  • ຍື່ງທ້ອງຂຶ້ນເອິກ, ແຕ່ບໍ່ເອື້ອມ.
  • ຍື່ງທ້ອງ, ເອື້ອມຂຶ້ນໄປເຖິງຄໍ.
  • ຍື່ງທ້ອງ, ເອື້ອມ, ເໝັນສົ້ມ, ເໝັນບູດອອກທາງປາກ.

+ ຕາມຕຳລາແພດແຜນບູຮານອາການຍື່ງທ້ອງອາດເກີດຂຶ້ນໄດ້ຈາກທາດໄຟຍ່ອຍຫລາຍເກີນໄປເຮັດໃຫ້ເກີດລົມຕີຂຶ້ນຫລືໜ້ອຍເກີນໄປເຮັດໃຫ້ເຜົາຜານ, ເກີດເປັນບາດແຜໃນລະບົບທາງເດີນອາຫານຕັ້ງແຕ່ກະເພາະອາຫານຂຶ້ນໄປເຖິງຫູຮູດໄລ່ຂຶ້ນໄປເຖິງຫລອດອາຫານໂດຍໃນທາງການແພດນັ້ນການມີກົດຫລາຍເກີນໄປເປັນບາດແຜໃນກະເພາະອາຫານ, ມີເລືອດອອກແມ່ນອາການຮຸນແຮງຂອງທາດໄຟແນວໃດກໍຕາມກະເພາະອາຫານເປັນອະໄວຍະວະທີ່ໄວຕໍ່ຄວາມຮູ້ສຶກຫລາຍທີ່ສຸດພະຍາດກະ ເພາະອາຫານຈຶ່ງອາດເປັນຜົນພວງຂອງຄວາມຜິດປົກກະຕິຂອງທາດລົມໄດ້ເຊັ່ນກັນ. ດັ່ງນັ້ນ, ຄົນທີ່ມີຄວາມເຄັ່ງຄຽດ, ຄິດຫລາຍ, ວິຕົກກັງວົນເຊັ່ນ : ນັກທຸລະກິດທີ່ຕ້ອງແຂ່ງຂັນສູງ, ນັກສຶກສາທີ່ເຄັ່ງຄຽດກັບການຮຽນ-ການສອບເສັງມັກຈະປ່ວຍເປັນພະຍາດກະເພາະອາຫານເນື່ອງຈາກຄວາມເຄັ່ງຄຽດຈະເຮັດໃຫ້ຜິວໜັງກະເພາະອາຫານບາງລົງ, ເລືອດໄປລ້ຽງກະເພາະອາຫານໜ້ອຍລົງ, ການຫລັ່ງກົດບໍ່ສະໝ່ຳສະເໝີບາງເທື່ອຫລາຍເກີນໄປກໍຍ່ອຍຜິວໜັງກະເພາະອາຫານຫລືບາງເທື່ອໜ້ອຍເກີນໄປກໍຈະບໍ່ຍ່ອຍເກີດການໝັກໝົມ, ເກີດແກ໊ສນຳໄປສູ່ການເກີດບາດແຜໃນກະເພາະອາຫານໄດ້.

+ ການປິ່ນປົວພະຍາດກະເພາະອາຫານຕາມແພດແຜນບູຮານນັ້ນຈະເນັ້ນໃສ່ການປັບຄວາມດຸ່ນດ່ຽງຂອງທາດເປັນສຳຄັນໂດຍໃຊ້ທັງອາຫານ, ຢາສະໝຸນໄພ, ການອອກກຳລັງກາຍ, ການຝຶກຈິດ. ພະຍາດກະເພາະອາຫານເປັນພະຍາດໜຶ່ງທີ່ຕ້ອງປິ່ນປົວແບບອົງລວມເລີ່ມຈາກການປັບການເຮັດວຽກຂອງທາດລົມໂດຍການຝຶກຈິດ, ການຫາຍໃຈເພື່ອຫລຸດຄວາມເຄັ່ງຄຽດ, ການປັບທາດໄຟຕ້ອງງົດອາຫານທີ່ຈະໄປເພີ່ມທາດໄຟເຊັ່ນ : ອາຫານໝັກດອງ, ອາຫານເຜັດໆເຄັມໆ, ອາຫານມັນ, ອາຫານຈືນ, ອາຫານຫວານຫລາຍ, ເຫລົ້າ, ຢາສູບເປັນຕົ້ນແລ້ວໃຊ້ການປິ່ນປົວດ້ວຍພືດສະໝຸນໄພທີ່ມີຄຸນສົມບັດເຢັນ, ລົດຊາດຂົມ, ມີຄຸນສົມບັດລໍ່ລື້ນເຊັ່ນ : ໝາກສົ້ມພໍດີ, ກະບອງເພັດ, ຜັກໜອກ, ວຸ້ນຈາກຫວ້ານຫາງແຂ້ ແລະສະໝຸນໄພທີ່ມີລົດຊາດຝາດຊ່ວຍປິ່ນປົວບາດແຜເຊັ່ນ : ຂີ້ໝິ້ນຂຶ້ນ, ໝາກກ້ວຍນ້ຳດິບແລະສະໝຸນໄພຊ່ວຍຍ່ອຍເຊັ່ນ : ຂ່າ, ຂີງ, ໝາກນັດເປັນຕົ້ນ.