ເກີດເຫດລະເບີດໃຈກາງອິສຕັນບູລ ເສຍຊີວິດ 6 ຄົນ ບາດເຈັບ 81 ຄົນ

ວັນທີ 13 ພະຈິກ 2022, ເກີດເຫດລະເບີດຂຶ້ນໃນເຂດການຄ້າໃຈກາງເມືອງອິສຕັນບູລ ປະເທດຕວກກີ ສົ່ງຜົນໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 6 ຄົນ ແລະ ບາດເຈັບອີກ 81 ຄົນ.
ເຫດການດັ່ງກ່າວເກີດຂຶ້ນເມື່ອເວລາປະມານ 16:20 ໂມງ ຂອງວັນທີ 13 ພະຈິກ ຕາມເວລາທ້ອງຖິ່ນ ຢູ່ຈະຕຸລັດທັກຊິມ ໂດຍພາບຈາກວິດີໂອເຜີຍໃຫ້ເຫັນວ່າມີສຽງດັງສະໜັ່ນເກີດຂຶ້ນພ້ອມກັບປະກາຍໄຟທີ່ສະຫວ່າງວາບຂຶ້ນມາ ຫລັງຈາກນັ້ນຝູງຊົນພາກັນແລ່ນໜີຢ່າງວຸ້ນວາຍ ໂດຍເບື້ອງຕົ້ນເຈົ້າໜ້າທີ່ສັນນິຖານວ່າອາດເປັນການກໍ່ການຮ້າຍທີ່ມີຜູ້ລົງມືເປັນຜູ້ຍິງຄົນໜຶ່ງ.
ທ່ານ ເບຄີ ບໍດັກ ລັດຖະມົນຕີກະຊວງຍຸຕິທຳ ກ່າວຕໍ່ສື່ຂອງຕວກກີວ່າ: ຈາກການກວດສອບພົບຜູ້ຕ້ອງສົງໄສຄົນໜຶ່ງ ເປັນຜູ້ຍິງທີ່ນັ່ງຢູ່ຕັ່ງໃນພື້ນທີ່ດັ່ງກ່າວດົນກວ່າ 40 ນາທີ ແລະ ນາງໄດ້ລຸກຈາກບ່ອນນັ່ງນັ້ນພຽງບໍ່ເທົ່າໃດນາທີກ່ອນຈະເກີດເຫດລະເບີດຂຶ້ນ ແຕ່ຮອດປັດຈຸບັນນີ້ຍັງບໍ່ມີກຸ່ມກໍ່ການຮ້າຍໃດອອກມາອ້າງຕົນວ່າເປັນຜູ້ກໍ່ເຫດ.
ຫລ້າສຸດເຊົ້າວັນທີ 14 ພະຈິກນີ້, ລັດຖະມົນຕີກະຊວງປ້ອງກັນປະເທດຂອງຕວກກີເປີດເຜີຍຕໍ່ສື່ມວນຊົນວ່າ: ທາງການສາມາດຈັບຄົນຮ້າຍໄດ້ແລ້ວ ແຕ່ຍັງບໍ່ມີລາຍງານຢືນຢັນຈະແຈ້ງວ່າເປັນຜູ້ຍິງຄົນດັ່ງກ່າວ ຫລື ບໍ່.
ຂະນະທີ່ປະທານາທິບໍດີ ເຣເຊບ ຕອຍຢິບ ເອີໂດກັນ ຜູ້ນຳຕວກກີ ປະກາດວ່າ: ຄົນຮ້າຍຈະຕ້ອງໄດ້ຮັບການລົງໂທດ ພ້ອມປະນາມການກະທຳດັ່ງກ່າວວ່າເປັນການໂຈມຕີທີ່ຊົ່ວຮ້າຍ ແລະ ກ່າວອີກວ່າ: ກິ່ນຂອງການກໍ່ການຮ້າຍ ກຳລັງລອຍຢູ່ໃນອາກາດ.
ອ້າງອີງ:
https://abcnews.go.com/…/explosion-istanbuls-pedestrian…
https://www.bbc.com/news/world-europe-63615076

