ການນໍາແຂວງຄໍາມ່ວນ ຢ້ຽມຊົມແຫລ່ງທ່ອງທ່ຽວເຂດປ່າສະຫງວນແຫ່ງຊາດຫີນໜາມໜໍ່

ໃນໂອກາດເຄື່ອນໄຫວເຮັດວຽກຢູ່ເມືອງບົວລະພາ ຂອງຄະນະການນໍາແຂວງຄໍາມ່ວນ ໃນວັນທີ 10 ພະຈິກ 2022F ນໍາໂດຍ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ ແລະ ຄະນະໄດ້ເຄື່ອນໄຫວຢ້ຽມຊົມສະຖານທີ່ແຫລ່ງທ່ອງທ່ຽວ ເຂດປ່າສະຫງວນແຫ່ງຊາດຫີນໜາມໜໍ່, ໂດຍສະເພາະການພັດທະນາດ້ານພື້ນຖານໂຄງລ່າງ ຈຸດຮອງຮັບການທ່ອງທ່ຽວທາງເຂົ້າໄປສູ່ຖໍ້ານໍ້າລອດ ເຊບັ້ງໄຟ ທີ່ບ້ານໜອງປີງ ເມືອງບົວລະພາ ມີຄະນະຮັບຜິດຊອບອຸທິຍານແຫ່ງຊາດ ຫີນໜາມໜໍ່ ພະແນກກະສິກໍາ ແລະ ປ່າໄມ້ແຂວງນໍາພາຄະນະເຄື່ອນໄຫວຢ້ຽມຊົມ.

ປ່າສະຫງວນແຫ່ງຊາດຫີນໜາມໜໍ່, ມີເນື້ອທີ່ 82.000 ເຮັກຕາ, ມີທິວຖັດທຳມະຊາດທີ່ສວຍສົດງົດງາມໂດດເດັ່ນ ແລະ ເປັນເຂດຫີນປູນທີ່ກວ້າງໃຫຍ່ໃນຂົງເຂດອີຊີຕາເວັນອອກສ່ຽງໃຕ້, ເມື່ອລວມພື້ນທີ່ຜາຫີນປູນຂອງແຂວງຄຳມ່ວນເຂົ້າກັບພື້ນທີ່ຜາຫີນປູນຂອງຟອງຍາ-ເກບ່າງ ແຂວງກວາງບິ່ງ ສສ ຫວຽດນາມ ຈະເປັນພື້ນທີ່ຜາຫີນປູນທີ່ໃຫຍ່ທີ່ສຸດໃນຂົງເຂດ ເນື່ອງຈາກວ່າສອງເຂດອະນຸລັກນີ້ແມ່ນເປັນເຂດອະນຸລັກຜາຫີນປູນທີ່ຕິດຈອດເປັນຜາຫີນປູນອັນດຽວກັນ, ເຊິ່ງມີຄວາມຍາວປະມານ 230 ກິໂລແມັດ, ຕັ້ງຢຽດຍາວຕາມສັນຂອງສາຍພູຫລວງແຕ່ທິດເໜືອ ຫາ ທິດໃຕ້. ປ່າສະຫງວນຫີນໜາມໜໍ່ ຍັງເປັນຕົວແທນທີ່ສຳຄັນຂອງອົງປະກອບທາງດ້ານລະບົບນີເວດປ່າດົງດິບຢູ່ໃນເຂດສາຍພູຫລວງ.