ມະຫາເສດຖີອັນດັບ 8 ໂລກສົນໃຈຊື້ສະໂມສອນລີເວີພູລ

ສື່ອັງກິດລາຍງານວ່າ ມູເກສ ອຳບານີ ມະຫາເສດຖີຊາວອິນເດຍສະແດງຄວາມສົນໃຈຊື້ກິດຈະການສະໂມສອນ ລີເວີພູລ ພ້ອມສອບຖາມເຖິງຄວາມເປັນໄປໄດ້ແລ້ວ.

ກ່ອນໜ້ານີ້ ເຟນເວ ສະປອດ ກຣຸບ (FSG) ເຈົ້າຂອງທີມລີເວີພູລ ອອກມາຖະແຫລງການວ່າ ພວກເຂົາຕ້ອງການ ຫາຜູ້ຮ່ວມລົງທຶນລາຍໃຫມ່ສະໂມສອນ ໂດຍມີລາຍງານເພີ່ມຕື່ມວ່າພວກເຂົາພ້ອມຂາຍລີເວີພູລ ຫາກໄດ້ລາຄາບໍ່ຕຳ່ກວ່າ 4 ພັນລ້ານປອນ.

ຈົນຫລ້າສຸດ Miror ສື່ຊື່ດັງຂອງອັງກິດ ລະບຸວ່າ ມູເກສ ອຳບານີ ມະຫາເສດຖີຊາວອິນເດຍ ໃຫ້ຄວາມສົນໃຈທີ່ຈະເຂົ້າມາຊື້ກິດຈະ ການລີເວີພູລ ຕໍ່ຈາກກຸ່ມທຶນເຈົ້າທຶນເກ່ົາ ແລະ ໄດ້ຕິດຕໍ່ໃນເລື່ອງດັ່ງກ່າວແລ້ວ.

ໂດຍ ອຳບານີ ມີດີກຣີບໍ່ທຳມະດາ ເນື່ອງຈາກລາວມີຊັບສິນມີມູນຄ່າເຖິງ 9 ຫມື່ນລ້ານປອນ ພ້ອມຖືກຈັດອັນດັບຈາກວາລະສານ ຟອບ ວ່າເປັນບຸກຄົນທີ່ລວຍທີ່ສຸດອັນດັບ 8 ຂອງໂລກ.

ນອກຈາກນັ້ນ ອຳບານີ ຍັງເປັນເຈົ້າຂອງທີມ ຄຣິກເກັດ ໃຫຍ່ໃນບ້ານເກີດຢ່າງ ມຸມໄບ ອິນດຽນ ພ້ອມມີສ່ວນສຳຄັນໃນການກໍ່ຕັ້ງ ຟຸດບອນຊຸບເປີ ລີກ ຂອງອິນເດຍນຳອີກ.