ຟລອຍ ຊະນະ ນ໊ອກ ນັກຊົກຢູທູບເບີ ຍົກທີ 6 ໃນການຊົກມວຍນັດພິເສດທີ່ດູໄບ

ຟລອຍ ເມເວເທີ ຈູເນຍ ອະດີດນັກມວຍແຊ໊ມໂລກຜູ້ບໍ່ເຄີຍພົບກັບຄຳວ່າປະລາໄຊ ເອົາຊະນະນ໊ອກ ເດຈິ ນັກຊົກຍູທູບເບີ ໃນຍົກທີ 6 ຂອງການແຂ່ງຂັນຊົກມວຍນັດພິເສດທີ່ນະຄອນດູໄບ ປະເທດສະຫະລັດ ອາຣັບເອມີເຣສ.
ການແຂ່ງຂັນຊົກມວຍນັດພິເສດເມື່ອວັນທີ 13 ພະຈິກ ເປັນຄູ່ເອກ ເປັນການພົບກັນລະຫວ່າງ ຟລອຍ ເມເວເທີ ຈູເນຍ ອະດີດນັກຊົກຊາວສະຫະລັດ ກັບ ເດຈິ ນັກຊົກຢູທູບເບີຊາວອັງກິດ ທີ່ໂຄຄາ-ໂຄລາ ອາຣີນາ ນະຄອນດູໄບ ປະເທດສະຫະລັດອາຣັບ ເອມີເຣສ.
ໂດຍ ຟລອຍ ມີສະຖິຕິການຊົກອາຊີບດ້ວຍການບໍ່ເສຍຕະຫລອດ 50 ຄັ້ງໃນອາຊີບ ແລະ ຫລັງຈາກແຂວນນວມແລ້ວ ລາວກໍ ຊົກນັດພິເສດອີກ 4 ຄັ້ງ ດ້ວຍສະຖິຕິຊະນະນ໊ອກ ເທນຊິນ ນາສຶຄາວະ ກັບ ມິຊຸຣຸ ອາຊາກຸຣະ ຂະນະທີ່ ຊົກກັບ ໂລແກນ ພອລ ແລະ ດອນ ມົວ ບໍ່ນັບຜົນເສຍຊະນະ.
ຂະນະທີ່ ເດຈິ ນັກຊົກຢູທູບເບີທີ່ມີຜູ້ຕິດຕາມຊ່ອງຫລາຍກວ່າ 10,7 ລ້ານຄົນ ເຄີຍຂຶ້ນຊົກອາຊີມາພຽງ 1 ຄັ້ງ ເມື່ອເດືອນສິງຫາກັບ ຟາວຊີ ເຊິ່ງ ເດຈິ ເປັນຝ່າຍຊະນະນ໊ອກໄປ.
ຜົນປາກົດວ່າເກມນີ້ ເຖິງວ່າ ເດຈິ ຈະພະຍາຍາມຕອບໂຕ້ ຟລອຍ ໃນໄລຍະ 5 ຍົກທຳອິດ ແຕ່ໃນຍົກທີ 6 ນັກຊົກເຈົ້າຂອງສາຍາ “ The Money” ໄດ້ເດີນໜ້າເຂົ້າໃສ່ຢູທູບເບີຄົນດັງຢ່າງໜັກ ຈົນຝ່າຍເຮັດໃຫ້ຈົນມຸມ ກ່ອນສຸດທ້າຍຜູ້ຕັດສິນຕ້ອງເຂົ້າມາຫ້າມ ແລະ ຢຸດຕິການຊົກ ເນື່ອງຈາກ ເດຈິ ສູ້ບໍ່ໄຫວາ ສົ່ງຜົນໃຫ້ ຟລອຍ ເປັນຝ່າຍຊະນະນ໊ອກແບບທີເຄໂອໄປ ແລະ ເປັນໄຊຊະນະຄັ້ງທີ 3 ໃນການຊົກນັດພິເສດນຳອີກ.

