ກອງກຳລັງປະສົມຊາອຸບອກວ່າພາດ ສັງຫານພົນລະເຮືອນຢູ່ເຢເມນ
ກອງກຳລັງພັນທະມິດທີ່ນຳໂດຍອາຣັບບີ ຊາອຸດິດ ຖະແຫລງຍອມຮັບປະຕິບັດການໂຈມຕີທາງອາກາດຢູ່ເມືອງຫລວງເຢເມນ ໃນວັນທີ 25 ສິງຫາ ທີ່ມີຜູ້ເສຍຊີວິດຈຳນວນຫລາຍ ເຊິ່ງລວມທັງພົນລະເຮືອນ 14 ຄົນນັ້ນ ເປັນຄວາມຜິດພາດທາງເຕັກນິກ.
ການໂຈມຕີດັ່ງກ່າວຖືເປັນເທື່ອຫລ້າສຸດໃນປະຕິບັດການຂອງກອງກຳລັງພັນທະມິດອາຣັບໂຈມຕີເຂດທີ່ຢູ່ອາໄສໃນເຢເມນ ເຊິ່ງເຮັດໃຫ້ບັນດາປະເທດປະນາມ. ຜູ້ເຫັນເຫດການ ແລະ ໜ່ວຍກູ້ໄພຢູ່ເຢເມນລາຍງານວ່າ: ເດັກຢູ່ໃນກຸ່ມພົນລະເຮືອນທີ່ເສຍຊີວິດ 14 ຄົນຈາກກອງກຳລັງນຳໂດຍອາຣັບບີ ຊາອຸດິດໂຈມຕີທາງອາກາດໃນເຂດທີ່ຢູ່ອາໄສຂອງນະຄອນຫລວງຊານາຢູ່ເຢເມນ ໃນວັນທີ 25 ສິງຫາ. ຖະແຫລງການຂອງກອງກຳລັງພັນທະມິດທີ່ມີລາຍງານຈາກສຳນັກຂ່າວຊາອຸດິດເພສລະບຸວ່າ: ຈາກການກວດສອບພົບວ່າເປັນຄວາມຜິດພາດທາງເຕັກນິກ, ພ້ອມຂໍສະແດງຄວາມເສຍໃຈຕໍ່ຄອບຄົວ ແລະ ພີ່ນ້ອງຂອງຜູ້ເຄາະຮ້າຍ.

