ມາທໍາຄວາມຮູ້ຈັກກັບວິຕາມິນຊະນິດຕ່າງໆ ທີ່ຫລາຍຄົນອາດຈະຍັງບໍ່ຮູ້

“ວິຕາມິນ” ແມ່ນສານອິນຊີທີ່ເປັນສ່ວນໜຶ່ງຂອງສານອາຫານ ທີ່ຮ່າງຂອງຄົນເຮົາຕ້ອງການ ເພື່ອຄວບຄຸມປະຕິກິລິຍາທາງເຄມີໃນຮ່າງກາຍ ໃນປະລິມານພຽງເລັກໜ້ອຍເມື່ອທຽບກັບສານອາຫານອື່ນໆທີ່ຮ່າງກາຍຕ້ອງການໃນແຕ່ລະມື້, ແຕ່ວິຕາມິນກໍເປັນສິ່ງໜຶ່ງທີ່ຮ່າງກາຍຂາດບໍ່ໄດ້ ນັກວິຊາການໄດ້ແບ່ງປະເພດຂອງວິຕາມິນອອກເປັນ 2 ປະເພດຄື: ວິຕາມິນທີ່ລະລາຍໃນນໍ້າ ແລະ ວິຕາມິນທີ່ລະລາຍໃນໄຂມັນ, ເຊິ່ງຮ່າງກາຍຈະມີຂະບວນການໃນການດູດຊຶມສານອາຫານໄປໃຊ້ປະໂຫຍດທີ່ແຕກຕ່າງກັນດັ່ງນີ້:
+ ກຸ່ມວິຕາມິນທີ່ລະລາຍໃນນໍ້າ
ວິຕາມິນຊີ ຊ່ວຍເສີມສ້າງເນື້ອເຍື່ອຕ່າງໆ, ຮັກສາບາດແຜ, ສ້າງພູມຄຸ້ມກັນ, ຊ່ວຍໃນການດູດຊຶມທາດເຫລັກ, ຊ່ວຍໃຫ້ຜິວພັນຜ່ອງໃສ. ວິຕາມິນຊີພົບໄດ້ຫລາຍໃນຜັກ ແລະ ໝາກໄມ້ສົດ ເຊັ່ນ: ໝາກສີດາ, ໝາກເລັ່ນ ແລະ ໝາກກ້ຽງ ເປັນຕົ້ນ.
ວິຕາມິນ B1 ຊ່ວຍໃນການເຮັດວຽກຂອງລະບົບປະສາດຫົວໃຈ ແລະ ກ້າມເນື້ອ, ຊ່ວຍເພີ່ມການເຜົາຜານຄາໂບໄຮເດຣດ, ຊ່ວຍປ້ອງກັນພະຍາດມຶນຕີນມຶນມື, ອາການເມື່ອຍງ່າຍ. ສາມາດພົບໄດ້ໃນຕັບ, ຊີ້ນໝູ ແລະ ໄຂ່ແດງ.
ວິຕາມິນ B2 ມີປະໂຫຍດຕໍ່ການເຮັດວຽກຂອງປະສາດຕາ, ຊ່ວຍໃນການເຜົາຜານໄຂມັນ, ສາມາດພົບໄດ້ໃນໄຂ່, ຖົ່ວ, ຊີ້ນສັດ, ເຄື່ອງໃນສັດ, ຜັກໃບຂຽວ ແລະ ນົມ.
ວິຕາມິນ B5 ຊ່ວຍໃນການເຮັດວຽກຂອງລະບົບຜິວໜັງ, ລະບົບປະສາດ, ລະບົບທາງເດີນຫາຍໃຈ ແລະ ລະບົບທາງເດີນອາຫານ ຖ້າຂາດວິຕາມິນຊະນິດນີ້ອາດເຮັດໃຫ້ຄວາມຈໍາເສື່ອມ ຫລື ມີອາການເຊື່ອງຊ້າ. ເຊິ່ງສາມາດພົບວິຕາມິນຊະນິດນີ້ໄດ້ໃນໄຂ່, ຖົ່ວດິນ, ຊີ້ນສັດ, ເຄື່ອງໃນສັດ, ງາ ແລະ ນົມ.
ວິຕາມິນ B6 ຊ່ວຍສ້າງເມັດເລືອດ, ຖ້າຂາດວິຕາມິນຊະນິດນີ້ຈະເຮັດໃຫ້ຫລອດເລືອດອັດຕັນ, ພາວະເລືອດຈາງໄດ້. ສາມາດພົບໄດ້ໃນຊີ້ນສັດ, ຕັບ, ໝາກກ້ວຍ, ຜັກຕ່າງໆ ແລະ ປາ.
ວິຕາມິນ B12 ມີສ່ວນຊ່ວຍໃນການສັງເຄາະ DNA ສ້າງເມັດເລືອດແດງ ແລະ ຊ່ວຍໃນການສັງເຄາະໂປຣຕີນໃນຮ່າງກາຍ, ສາມາດພົບໄດ້ໃນຖົ່ວ, ໄຂ່, ຊີ້ນສັດ ແລະ ຜະລິດຕະພັນນຈາກນົມ.
+ ກຸ່ມວິຕາມິນທີ່ລະລາຍໃນໄຂມັນ
ວິຕາມິນ A ພົບຫລາຍໃນຊີ້ນສັດ, ຜັກ ແລະ ໝາກໄມ້ສີເຫລືອງ, ສົ້ມ ແລະ ຂຽວແກ່ ເຊັ່ນ: ຜັກກາດ,ໝາກອຶ, ຫົວກະຣົດ ແລະ ໄຂ່ແດງ. ຊ່ວຍໃນການບໍາລຸງສາຍຕາ ແລະ ຮັກສາພະຍາດຕາມົວຕອນກາງຄືນ, ຊ່ວຍສ້າງພູມຄຸ້ມກັນໃຫ້ລະບົບຫາຍໃຈ, ຫລຸດການອັກເສບຂອງສິວ ແລະ ຮອຍດ່າງດໍາຫລຸດລົງ.
ວິຕາມິນ D ຊ່ວຍໃຫ້ກະດູກ ແລະ ແຂ້ວແຂງແຮງ, ເຮັດໃຫ້ຮ່າງກາຍສາມາດດູດຊຶມແຄວຊຽມ ແລະ ຟົດສະຟໍຣັສໄດ້. ພົບໄດ້ໃນນໍ້າມັນຕັບປາ, ນົມ, ເນີຍ,ໄຂ່ແດງ ແລະ ແສງແດດອ່ອນໆຍາມເຊົ້າ.
ວິຕາມິນ E ມີປະໂຫຍດໃນການຊ່ວຍປ້ອງກັນການແຕກຂອງເຫຍື່ອຫຸ້ມເຊວ, ຊ່ວຍໃນເລື່ອງຜິວພັນ, ຊ່ວຍການເຮັດວຽກຂອງລະບົບປະສາດ, ລະບົບສືບພັນ ແລະ ກ້າມເນື້ອ. ພົບເຫັນໄດ້ຫລາຍໃນອາຫານປະເພດນໍ້າມັນພືດ, ແກ່ນຕາເວັນ, ຖົ່ວຕ່າງໆ, ຜັກສີຂຽວ.
ວິຕາມິນ K ຊ່ວຍໃຫ້ເລືອດແຂງຕົວເວລາມີບາດແຜຮຸນແຮງ, ສາມາດພົບໄດ້ໃນຊີ້ນສັດ, ດອກກະຫລໍ່າ, ບ໋ອກໂຄລີ່, ໄຂ່ແດງ, ຕັບ ແລະ ຖົ່ວ.

