ຜູ້ຈັດການທີມຊາດເວລ ສັ່ງ ແກເຣັດ ເບລ ຫ້າມຕີກ໊ອຟໃນຊ່ວງເຕະບານໂລກ ໃຫ້ທຸກຄົນມີສະມາທິກັບການແຂ່ງຂັນ

ລາຍງານໂຕມາອີກທີມສຳລັບທີມຊາດ ເວລ ໄດ້ເປີດລາຍຊື່ນັກເຕະ 26 ຄົນທີ່ຈະໄປແຂ່ງຂັນບານໂລກ 2022 ທີ່ປະເທດກາຕ້າ ແລະ ແນ່ນອນວ່າຜູ້ນຳທັບຫົນນີ້ບໍ່ແມ່ນໃຜນອກເໜືອໄປຈາກ ແກເຣັດ ເບລ ໃນຖານະກັບຕັນທີມ.
ເບລ ທີ່ຫາກໍ່ຄວ້າແຊ້ມ Major League Soccer ກັບ Los Angeles FC, ຈະມາລາຍງານໂຕກັບຫມູ່ເພື່ອນຂອງລາວໃນແຄັມ ຂອງຜູ້ຈັດການ ຮັອບ ເພຈ ກ່ອນທີ່ຈະເກັບເຄື່ອງຂອງໄປປະເທດກາຕ້າ. ເພື່ອເຂົ້າຮ່ວມການແຂ່ງຂັນບານໂລກໃນວັນທີ 20 ພະຈິກນີ້
ການລົງເຕະໃນບານໂລກຄັ້ງທໍາອິດ ໃນຮອບ 64 ປີ ເຮັດໃຫ້ຜູ້ຈັດການ ຮັອບ ເພຈ ມີຄວາມຕັ້ງໃຈຢ່າງຫນັກແຫນ້ນທີ່ຈະເອົານຳທີມໄປເທົ່າທີ່ເປັນໄປໄດ້ໃນການແຂ່ງຂັນ. ດັ່ງນັ້ນຈຶ່ງຂໍຄວາມຮ່ວມມືຈາກບັນດາສະມາຊິກໃນທີມໃຫ້ມີຄວາມຕັ້ງໃຈລາຍການນີ້ຢ່າງຄົບຖ້ວນ ເຖິງຂັ້ນວ່າບໍ່ອະນຸຍາດໃຫ້ ເບລ ອອກໄປຕີກ໊ອຟ ໃນລະຫວ່າງເຕະບານໂລກ
ແຟນບານຮູ້ດີວ່າ ດາວເຕະ ອາຍຸ 33 ປີ ມີຄວາມມັກໃນກິລາກ໊ອຟ. ເວລາຫວ່າງຂອງລາວຫລັງຈາກເຕະບານ, ລາວອອກໄປຫລິ້ນກ໊ອຟກັບໝູ່ຢູ່ສະເໝີ. ແຕ່ ຮັອບ ເພຈ ກໍ່ແຈ້ງວ່າຂໍໃຫ້ ເບລ ທີ່ເປັນຫົວໜ້າທີມ ເອົາໃຈໃສ່ກັບຫນ້າທີ່ການເຮັດວຽກໃນພສະຫນາມເປັນຫລັກ.

