ວັນທີ 9 ພະຈິກ 2022 ນີ້ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດກອງປະຊຸມສະຫຼຸບວຽກງານຂໍ້ແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ແລະ ມອບການຍ້ອງຍໍຜົນງານ 5 ປີ (2016-2020) ໂດຍການເປັນປະທານ ແລະ ມອບຫຼຽນຂອງທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ຖວທ, ມີຮອງລັດຖະມົນຕີ, ຫົວໜ້າກົມ-ຮອງກົມ, ຫົວໜ້າພະແນກ-ຮອງພະແນກ, ຫົວໜ້າສະຖາບັນ, ພະນັກງານ-ລັດຖະກອນອ້ອມຂ້າງກະຊວງ ຖວທ ເຂົ້າຮ່ວມ.
ການປະດັບຫຼຽນໄຊແຮງງານຊັ້ນ I, ຊັ້ນ II ແລະ ຊັ້ນ III ໃຫ້ແກ່ບຸກຄົນ ແລະ ກົມກອງລວມໝູ່ ມີດັ່ງນີ້: ໄດ້ຮັບຫຼຽນໄຊແຮງງານຊັ້ນ I ຈໍານວນ 131 ທ່ານ ແລະ 16 ກົມກອງ; ຫຼຽນໄຊແຮງງານຊັ້ນ II ຈໍານວນ 269 ທ່ານ ແລະ 6 ກົມກອງ; ຫຼຽນໄຊແຮງງານຊັ້ນ III ຈໍານວນ 272 ທ່ານ ແລະ 3 ກົມກອງ. ດໍາລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການປະດັບຫຼຽນກາແຮງງານ ແລະ ມອບໃບຍ້ອງຍໍລັດຖະບານ ໃຫ້ບຸກຄົນ ແລະ ກົມກອງລວມໝູ່ ມີດັ່ງນີ້: ໄດ້ຮັບຫຼຽນກາແຮງງານ ຈໍານວນ 352 ທ່ານ ແລະ 2 ກົມກອງ; ໃບຍ້ອງຍໍລັດຖະບານ ຈໍານວນ 287 ທ່ານ.
ຜ່ານການສະຫຼຸບຕີລາຄາ ແລະ ປະເມີນຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ແລະ ຜັນຂະຫຍາຍເຂົ້າໃນວຽກງານ ຖວທ ໂດຍການສືບຕໍ່ບຸກທະລຸທັງ 4 ດ້ານ ຕັດສິນໃຈພັດທະນາວຽກງານ ຖວທ ກ້າວເຂົ້າສູ່ຄຸນນະພາບໃໝ່ ທັນສະໄໝ, ສີວິໄລ ແລະ ຍືນຍົງ ສາມາດສັງລວມການຍ້ອງຍໍຜົນງານ 5 ປີ (2016-2020) ຂອງບຸກຄົນ ແລະ ກົມກອງ ທີ່ມີຜົນງານໂດດເດັ່ນໃນບັ້ນແຂ່ງຂັນມີດັ່ງນີ້: ກົມກອງດີເດັ່ນ: ຫຼຽນໄຊອິດສະຫຼະ ຊັ້ນ I ຈໍານວນ 1 ຫຼຽນ; ຫຼຽນໄຊອິດສະຫຼະ ຊັ້ນ II ຈໍານວນ 2 ຫຼຽນ; ຫຼຽນໄຊແຮງງານຊັ້ນ I ຈໍານວນ 16 ຫຼຽນ; ຫຼຽນໄຊແຮງງານ ຊັ້ນ II ຈໍານວນ 112 ຫຼຽນ; ຫຼຽນໄຊແຮງງານ ຊັ້ນ III ຈໍານວນ 41 ຫຼຽນ; ຫຼຽນກາແຮງງານ ຈໍານວນ 17 ຫຼຽນ; ໃບຍ້ອງຍໍຈໍານວນ 110 ໃບ.

ບຸກຄົນດີເດັ່ນ: ປະເພດຫຼຽນໄຊອິດສະຫຼະ ຊັ້ນ I ຈໍານວນ 1 ທ່ານ; ຫຼຽນໄຊອິດສະຫຼະ ຊັ້ນ II ຈໍານວນ 3 ທ່ານ; ຫຼຽນໄຊອິດສະຫຼະ ຊັ້ນ III ຈໍານວນ 1 ທ່ານ; ຫຼຽນໄຊແຮງງານ ຊັ້ນ I ຈໍານວນ 132 ທ່ານ; ຫຼຽນໄຊແຮງງານ ຊັ້ນ II ຈໍານວນ 1.351 ທ່ານ; ຫຼຽນໄຊແຮງງານ ຊັ້ນ III ຈໍານວນ 1.666 ທ່ານ; ຫຼຽນໄຊພັດທະນາ ຊັ້ນ I ຈໍານວນ 2 ທ່ານ; ຫຼຽນໄຊມິດຕະພາບ ຈໍານວນ 1 ທ່ານ; ຫຼຽນກາມິດຕະພາບ ຈໍານວນ 29 ທ່ານ; ຫຼຽນກາແຮງງານ ຈໍານວນ 2.081 ທ່ານ; ໃບຍ້ອງຍໍລັດຖະບານ ຈໍານວນ 3.099 ທ່ານ; ໃບຍ້ອງຍໍຂັ້ນກະຊວງ ຈໍານວນ 212 ໃບ; ໃບຂອບໃຈ ຈໍານວນ 21 ໃບ.