ໂຣນັນໂດ ຄວ້າລາງວັນນັກເຕະດີເດັ່ນແຫ່ງປີຂອງເອີຣົບ ເປັນສະໄໝທີ 3

ຄຣິສຕຽນໂນ ໂຣນັນໂດ ດາວຍິງຂອງ ຣິນ ມາດຣິດ ຄວ້າລາງວັນນັກເຕະດີເດັ່ນ ແຫ່ງປີຂອງເອີຣົບ ປະຈຳລະດູ ການ 2016-17 ຫຼື (ຢູຟາ ເມນເພລເຍີ ອອຟເດິ ອະ ວອດ) ໄປຄອງເປັນສະໄໝທີ 3 ຢ່າງຍິ່ງໃຫຍ່ ແລະ ເຮັດໃຫ້ ລາວກາຍເປັນນັກເຕະຄົນທຳອິດທີ່ຄວ້າລາງວັນນີ້ໄດ້ເຖິງ 2 ປີຕິດຕໍ່ກັນ ຫຼັງສະແດງຜົນ ງານໃຫ້ທັງສະໂມສອນ ແລະ ທີມຊາດໂປຣຕຸເກດ ໄດ້ຢ່າງດີ ເດັ່ນໃນລະດູການຜ່ານມາ.
ໃນລະດູການ 2016-17 ໂຣນັນໂດ ທີ່ແຊງໜ້າທັງ ລິໂອ ເນລ ເມສຊີ ແລະ ຈານລຸຍຈິ ບຸຟຟອນ ຄວ້າລາງວັນປີນີ້ໄປ ຄອງນັ້ນ ເປັນກຳລັງສຳຄັນ ໃນການພາ ຣິນ ມາດຣິດ ຄວ້າ ແຊ໊ມເອີຣົບເປັນສະໄໝີທີ 12 ແລະ ຍັງພາ ໂປຣຕຸເກດ ຄວ້າ ແຊ໊ມເອີໂຣ 2016 ໄປຄອງ ຢ່າງເຫຼືອເຊື່ອນຳອີກ.
“ຄວາມທ້າທາຍຂອງ ຂ້ອຍຍັງຄືເກົ່າທຸກປີ ນັ້ນຄືການ ຄວ້າທຸກແຊ໊ມຫາກເປັນໄປໄດ້ ບໍ່ວ່າຈະເປັນກັບສະໂມສອນ ຂອງຂ້ອຍ ຫຼື ກັບທີມຊາດ ເຊິ່ງ ເຮົາຍັງບໍ່ຜ່ານຮອບຄັດເລືອກ ໄປບານໂລກ ເຮົາຕ້ອງເຮັດ ໃຫ້ໄດ້ ຂ້ອຍດີໃຈທີ່ໄດ້ມາຢູ່ຈຸດ ນີ້ ແລະ ໄດ້ລາງວັນນີ້ອີກຄັ້ງ ຂ້ອຍຂໍຂອບໃຈໝູ່ຮ່ວມທີມທຸກຄົນ ຂ້ອຍມີຄວາມສຸກໄປກັບ ພວກເຂົາ” ໂຣນັນໂດ ່ກ່າວ.
+ ສ່ວນລາງວັນອື່ນໆມີ ດັ່ງນີ້:
– ຜູ້ຮັກສາປະຕູດີເດັ່ນ: ຈານລຸນຈິ ບຸຟຟອນ.
– ກອງຫຼັງດີເດັ່ນ: ເຊຄິໂອ ຣາມອສ.
– ກອງກາງດີເດັ່ນ: ລູກ້າ ໂມດຣິດ.
– ກອງໜ້າດີເດັ່ນ: ຄຣິສ ຕຽນໂນ ໂຣນັນໂດ.
– ນັກເຕະດີເດັ່ນແຫ່ງປີ: ຄຣິສຕຽນໂນ ໂຣນັນໂດ.
– ນັກເຕະຍິງດີເດັ່ນແຫ່ງ ປີ: ລີເກ້ ມາເທນ.

