ອູໄນ ເອເມີຣີ ຖືກສະຕາໃນການພົບກັບແມນຢູ ຫລັງຄຸມບໍ່ເສຍໃຫ້ ແມນຢູ 5 ນັດຕິດຕໍ່ກັນ

ຄວາມພ່າຍແພ້ຂອງ ແມນເຊັສເຕີ ຢູໄນເຕັດ ຕໍ່ ແອສຕັນ ວິນລາ 3-1, ທີ່ຫາກໍ່ປ່ຽນຜູ້ຈັດການທີມເປັນ ອູໄນ ເອເມີຣີ ສົ່ງຜົນໃຫ້ ເອເມີຣີ ເປັນໂຄ໋ດທີ່ຖືກສະຕາໃນການພາທີມຕົ້ນສັງກັດພົບກັບ ແມນເຊັສເຕີ ຢູໄນເຕັດ ຢ່າງຕໍ່ເນື່ອງ
ຖ້າຫາກວ່າຍ້ອນກັບໄປກ່ອນໜ້ານີ້ ສະໄໝທີ່ເຂົາຮັບຜິດຊອບ ອາເຊນອລ ລາວບໍ່ເຄີຍພາປືນໃຫຍ່ ເສຍໃຫ້ກັບ ແມນເຊັສເຕີ ຢູໄນເຕັດ
2018/19 ສະເໝີ 2-2 (ນອກ) ແລະ ຊະນະ 2-0 (ບ້ານ)
2019/20 ສະເໝີ 1-1 (ນອກ)
ຈາກນັ້ນ ໃນຮອບຊີງຊະນະເລີດ ຢູໂຣປາ ລີກ 2020/21, ລາວໄດ້ນຳ ເວຢາຣີອັລ ເອົາຊະນະ ແມນເຊັສເຕີ ຢູໄນເຕັດ ໃນຮອບຊີງຊະນະເລີດດ້ວຍການດວນຈຸດໂທດ 11-10 ຫລັງຈາກສະເໝີກັນໃນເວລາປົກກະຕິ 1-1.
ແລະ ໃນລະດູການ 2022/23 ໃນການຄູມທີມ ແອສຕັນ ວິນລາ ຂອງ ອູໄນ ເອເມີຣີ ລາວສາມາດເກັບໄຊຊະນະເຫນືອ ແມນເຊັສເຕີ ຢູໄນເຕັດ 3-1, ເຊິ່ງຈາກສະຖິຕິແລ້ວລາວເປັນຜູ້ຈັດການທີມທີ່ຖືກສະຕາກັບ ແມນເຊັສເຕີ ຢູໄນເຕັດ ໃນເວລານີ້.

