ສຸດເສົ້າ ພໍ່ຕູ້ຊາວຍີ່ປຸ່ນ ຍູ້ເມຍພິການທີ່ນັ່ງລໍ້ ຕົກລົງນ້ຳທະເລ ເຜີຍເມື່ອຍຫລາຍແລ້ວ ຫລັງດູແລເບິ່ງແຍງມາເປັນເວລາ 40 ປີ

ສື່ຍີ່ປຸ່ນລາຍງານວ່າ: ນັບວ່າເປັນຂ່າວທີ່ສະເທືອນໃຈ ທ່ານ ຮິໂຣຊິ ຟູຈິວະຣະ ພໍ່ຕູ້ຊາວຍີ່ປຸ່ນ ອາຍຸ 81 ປີ ທີ່ເມືອງ ໂອອິໂຊະ ແຂວງ ຄານາງາວະ ຍອມຮັບສາລະພາບຕໍ່ເຈົ້າໜ້າທີ່ຕຳຫລວດວ່າ : ຕົນເອງເປັນຄົນຂ້າ ນາງ ເທຮິໂກະ ຜູ້ເປັນເມຍ ອາຍຸ 79 ປີ ດ້ວຍການຍູ້ລໍ້ລົດຄົນພິການ ທີ່ເມຍນັ່ງຢູ່ຕົກລົງນ້ຳທະເລ ເນື່ອງຈາກລາວຮູ້ສຶກເມື່ອຍທີ່ຕ້ອງເບິ່ງແຍງເມຍມາເປັນເວລາດົນນານເກືອບ 40 ປີ
ກ່ອນໜ້ານີ້ຕຳຫລວດໃນພື້ນທີ່ໄດ້ຈັບກຸມ ທ່ານ ຮິໂຣຊິ ຟູຈິວະຣະ ແລະ ຕັ້ງຂໍ້ຫາຂ້າຕະກຳ ໂດຍໄດ້ຂ້າ ເມຍພິການ ດ້ວຍການຍູ້ລໍ້ລົດ ໃນຂະນະທີ່ແມ່ຕູ້ກຳລັງນັ່ງຢູ່ລໍ້ ຕົກລົງໄປທະເລ ທີ່ບໍລິເວນທ່າເຮືອໃນເມືອງໂອອີໂຊະ ເມື່ອເວລາ ປະມານ 17:30 ຂອງວັນທີ 2 ພະຈິກທີ່ຜ່ານມາ.

