ໂຄງການກໍ່ສ້າງເຮືອນຢູ່ຖາວອນໃຫ້ຜູ້ປະສົບໄພພິບັດຢູ່ເມືອງສະໜາມໄຊ ຍັງພຽງ 12 ຫລັງເທົ່ານັ້ນທີ່ບໍ່ສໍາເລັດການກໍ່ສ້າງ

ທ່ານ ບຸນເສີດ ເສດທິລາດ ຮອງເຈົ້າແຂວງອັດຕະປື ປະທານຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ ລາຍງານຢໃນກອງປະຊຸມອົງການປົກຄອງແຂວງອັດຕະປື ປະຈໍາງວດ III ທີ່ສໍາເລັດລົງເມື່ອບໍ່ດົນຜ່ານມາວ່າ: ແຂວງອັດຕະປື ໄດ້ສຸມໃສ່ການແກ້ໄຂຜົນກະທົບ ແລະ ຟື້ນຟູໄພພິບັດຢູ່ເມືອງສະໜາມໄຊ,ໃນນີ້ວຽກງານຟື້ນຟູພື້ນຖານໂຄງລ່າງ ແລະ ຈັດສັນອາຊີບ ແມ່ນໄດ້ຮັບການຈັດຕັ້ງປະຕິບັດຢ່າງມີຜົນສໍາເລັດ ໂດຍສະເພາະໂຄງການກໍ່ສ້າງເຮືອນຢູ່ຖາວອນຈໍານວນ 700 ຫລັງ, ມູນຄ່າ 24 ລ້ານ 5 ແສນໂດລາສະຫະລັດ ດ້ວຍທຶນຊົດເຊີຍບໍລິສັດຜູ້ພັດທະນາໂຄງການ.
ມາຮອດປັດຈຸບັນປະຕິບັດສໍາເລັດໄປແລ້ວຫລາຍກວ່າ 99% ຂອງໜ້າວຽກທັງໝົດ, ໃນນີ້ໄດ້ສໍາເລັດ ແລະ ມອບໃຫ້ປະຊາຊົນ ເຂົ້າຢູ່ທັງໝົດແລ້ວ 688 ຫລັງ ແລະ ຍັງເຫລືອພຽງແຕ່ 12 ຫລັງເທົ່ານັ້ນທີ່ຍັງກໍ່ສ້າງບໍ່ທັນສໍາເລັດ,ເຊິ່ງບ້ານດົງບາກໃໝ່ຫີນຄຳ ມີທັງໝົດຈໍານວນ 335 ຫລັງ, ສໍາເລັດມອບໃຫ້ປະຊາຊົນເຂົ້າຢູ່ແລ້ວ 333 ຫລັງ, ຍັງຄ້າງ 2 ຫລັງ ແລະ ຍັງຄ້າງວຽກສຸຂະພັນ, ບານປະຕູ-ປ່ອງຢ້ຽມ, ໄຟຟ້າ, ຝາ-ອະນາໄມ, ບ້ານຫີນລາດມີທັງໝົດ 197 ຫລັງ, ສໍາເລັດມອບໃຫ້ປະຊາຊົນເຂົ້າຢູ່ແລ້ວ 187 ຫລັງ, ຍັງຄ້າງ 10 ຫລັງ, ຍັງຄ້າງວຽກພະນັກ, ເພດານ, ໄຟຟ້າ, ສີ, ສຸຂະພັນ ແລະ ບານປະຕູ-ປ່ອງຢ້ຽມ, ບ້ານດອນບົກໃໝ່ແສງຈັນ ມີທັງໝົດ 70 ຫລັງ, ມອບໃຫ້ປະຊາຊົນເຂົ້າຢູ່ແລ້ວ 70 ຫລັງ, ບ້ານສະໝອງໃໝ່ປີນດົງມີທັງໝົດ 98 ຫລັງ, ມອບໃຫ້ປະຊາຊົນແລ້ວ 98 ຫລັງ, ສ່ວນໂຄງການກໍ່ສ້າງທາງ 18 ເອ ມູນຄ່າການກໍ່ສ້າງທັງໝົດ 96 ຕື້ກວ່າກີບ ມາຮອດປັດຈຸບັນປະຕິບັດໄດ້ 67,61% ຊຶ່ງຜ່ານມາໄດ້ຢຸດຕິການກໍ່ສ້າງຊົ່ວຄາວຊ້ວງລະດູຝົນ ແລະ ຈະໄດ້ສືບຕໍ່ປະຕິບັດໃນມໍ່ໆນີ້.
ເຖິງຢ່າງໃດກໍຕາມ ເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນທີ່ປະສົບໄພພິບັດຢູ່ເມືອງສະໜາມໄຊ ໄດ້ຮັບການຟື້ນຟູກັບຄືນສູ້ສະພາບປົກກະຕິໂດຍໄວນັ້ນ ອໍານາດການປົກຄອງແຂວງອັດຕະປື ຈະໄດ້ສືບຕໍ່ບັນດາໂຄງການທີ່ບໍ່ທັນສໍາເລັດ ໃຫ້ສໍາເລັດຕາມສັນຍາ, ສືບຕໍ່ຈັດກອງປະຊຸມຮ່ວມກັບບໍລິສັດຜູ້ພັດທະນາໂຄງການເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍ ເພື່ອເອກະພາບຮັບຮອງເອົາຜົນການປະເມີນກະທົບດ້ານເສດຖະກິດຄົວເຮືອນຈໍານວນທັງໝົດ 19 ບ້ານ,ໃນລາຍການທີ 6 ໃຫ້ສໍາເລັດຕາມລະດັບຄາດໝາຍ ພ້ອມທັງຕິດຕາມ, ຊຸກຍູ້ການເກັບກູ້ຜົນຜະລິດລະດູຝົນປີ 2022 ແລະ ສືບຕໍ່ປະຕິບັດແຜນການຜະລິດລະດູແລ້ງ 2022, ສືບຕໍ່ກະກຽມມອບ-ຮັບເຮືອນຖາວອນ 700 ຫລັງທັງໝົດ ໃຫ້ແກ່ປະຊາຊົນ.

