ປິເກ້ ກ່າວອຳລາແຟນບານ ບາຊ່າ ຫລັງຈາກລົງຫລິ້ນນັດສຸດທ້າຍໃຫ້ກັບສະໂມສອນ

ຕຳນານກອງຫລັງຊາວສະເປນ ກ່າວອຳລາແຟນບານ ໃນ ແຄັມນູ ຫລັງຈາກໄດ້ຫລິ້ນເກມສຸດທ້າຍໃຫ້ກັບສະໂມສອນໃນຄືນວັນເສົາທີ່ຜ່ານມາ.

ເຄີຣາດ ປີເກ້ ກອງຫລັງຂອງ ບາເຊໂລນາ ອຳລາຕໍ່ໜ້າແຟນບານຢູ່ ແຄັມນູ ຫລັງຈາກລົງຫລິ້ນເປັນເກມສຸດທ້າຍຂອງລາວໃນຖານະນັກເຕະບານອາຊີບ ໃນເກມເອົາຊະນະ ອັລເມເຣຍ 2-0 ໃນຄືນວັນເສົາ

ກອງຫລັງອາຍຸ 35 ປີ ຫາກໍ່ປະກາດການອຳລາວົງການໃນກາງອາທິດ ແລະ ໄດ້ລົງຫລິ້ນນັດສຸດທ້າຍໃນຖານະເປັນນັກເຕະອາຊີບເປັນທີ່ຮຽບຮ້ອຍ ຫລັງຈາກທີ່ຖືກຫລຸດບົດບາດລົງເປັນພຽງຕົວສຳຮອງໃນລະດູການນີ້ ແລະ ມີໂອກາດລົງສະໜາມໜ້ອຍຫລາຍ.