5 ສູດຫລຸດນໍ້າໜັກ ແລະ ຄວບຄຸມອາຫານດ້ວຍວິທີ IF

ການຄວບຄຸມນໍ້າໜັກດ້ວຍວິທີ IF ຫລື Intermittent Fasting(IF) ຫລື ການອົດອາຫານບາງຊ່ວງ, ເປັນວິທີທີ່ໄດ້ຮັບຄວາມນິຍົມໃນປັດຈຸບັນ ແລະ IF ເປັນການກໍາໜົດຊ່ວງເວລາໃນການອົດອາຫານ (Fasting) ແລະ ຮັບປະທານອາຫານ (Feeding) ໂດຍບໍ່ໄດ້ເນັ້ນການປັບປ່ຽນຮູບແບບການບໍລິໂພກອາຫານ ແຕ່ບໍ່ໄດ້ໝາຍຄວາມວ່າ IF ຈະເປັນວິທີທີ່ເໝາະກັບທຸກຄົນ. ດັ່ງນັ້ນ, ໃຜທີ່ກໍາລັງຄິດວ່າຈະເລືອກໃຊ້ວິທີນີ້ຫລຸດນໍ້າໜັກຈຶ່ງຕ້ອງຮູ້ວິທີໃນການເຮັດ IF ຢ່າງຖືກຕ້ອງ ແລະ ເລືອກຮູບແບບທີ່ເໝາະສົມກັບຕົວເອງດັ່ງນີ້:
- Lean Gains ຫລື IF 16/18
– ກິນອາຫານ 8 ຊົ່ວໂມງ
– ອົດອາຫານ 16 ຊົ່ວໂມງ
(ເໝາະກັບຜູ້ເລີ່ມຕົ້ນ)
- Fast 5
– ກິນອາຫານ 5 ຊົ່ວໂມງ
– ອົດອາຫານ 19 ຊົ່ວໂມງ
- Eat Stop Eat
– ອົດອາຫານ 24 ຊົ່ວໂມງ
ອາທິດລະ 1-2 ເທື່ອ
(ມື້ທີ່ບໍ່ອົດແມ່ນກິນໄດ້ປົກກະຕິ)
- 5:2
– ກິນອາຫານຕາມປົກກະຕິ 5 ມື້
– ກິນແບບ Fasting 2 ມື້
- Alternate Day Fasting
ອົດອາຫານແບບບາມື້ (ບໍ່ແນະນໍາວິທີນີ້ ເພາະເປັນວິທີທີ່ຫັກໂຫມເກີນໄປ)
ອ້າງອີງ

