9​ ເດືອນຜ່ານມາ ແຂວງອັດຕະປື​ ມີອັດຕາການເຕີບໂຕລວມຍອດຜະລິດຕະພັນພາຍໃນເພີ່ມຂຶ້ນ 4,5%

ຕາມການລາຍງານໃນກອງປະຊຸມອົງການປົກຄອງແຂວງອັດຕະປື ປະຈໍາ​ ງວດ​ III ຂອງວັນທີ​ 2​ ພະຈິກ​ 2022​, ​ທ່ານ​ ສູນນະຄອນ ແກ້ວ​ວຽງຄໍາ ຫົວໜ້າພະແນກ​ແຜນການ​ ແລະ​ ການລົງທຶນແຂວງອັດຕະປື ໃຫ້ຮູ້ວ່າ: ເຖິງແມ່ນວ່າການພັດທະນາເສດຖະກິດ-ສັງຄົມຂອງແຂວງ ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19, ລາຄານໍ້າມັນ, ສິນຄ້າອຸປະໂພກ-ບໍລິໂພກ ເໜັງຕີງເພີ່ມສູງຂຶ້ນກໍຕາມດ້ວຍຄວາມພະຍາຍາມນໍາພາ-ຊີ້ນຳ ແລະ ການປະຕິບັດນະໂຍບາຍທີ່ຈຳເປັນຂອງສູນກາງກໍຄືຂອງແຂວງ ເຮັດໃຫ້ການພັດທະນາເສດຖະກິດ-ສັງຄົມ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ມີສະຖຽນລະພາບທາງການເມືອງໜັກແໜ້ນ ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ, ບັນດາມະຕິ, ຄຳສັ່ງ ກໍຄືວາລະແຫ່ງຊາດ ໄດ້ຮັບການຈັດຕັ້ງປະຕິບັດປະສົບຜົນສໍາເລັດ.

​ ໃນໄລຍະ 9 ເດືອນຜ່ານມາ ເຖິງວ່າແຂວງອັດຕະປືຈະມີຄວາມຫຍຸ້ງຍາກໃນຫລາຍດ້ານກໍຕາມ, ແຕ່ຂະແໜງການຜະລິດ ແລະ ການບໍລິການກໍມີການຟື້ນຕົວ ແລະ ຂະຫຍາຍຕົວໃນລະດັບດີພໍສົມຄວນ ໂດຍສະເພາະການ​ຜະ​ລິດ​ກະສິກຳໄດ້ສຸມ​ໃສ່​ຂະ​ບວນການ​ປູກ​ມັນຕົ້ນ, ການ​ເຂົ້າຮ່ວມ​ໂຄງການ​ປູກ​ອ້ອຍ ແລະ ອື່ນໆ, ເຮັດໃຫ້ອັດຕາການເຕີບໂຕຂອງ ລວມຍອດຜະລິດຕະພັນພາຍໃນ ຫລື GDP ເພີ່ມຂຶ້ນ ຢູ່ໃນລະດັບ 4,5% ມະຕິສະພາຮັບຮອງໃນປີແມ່ນ 6%, ​ເບິ່ງທ່າອ່ຽງລວມແລ້ວ ຄາດວ່າໝົດປີ GDP ຈະເຕີບໂຕ 5,15%, ຄິດເປັນມູນຄ່າລາຄາໃນປີ 3.349 ຕື້ກີບ; ໃນນັ້ນ: ຂະແໜງກະສິກຳ-ປ່າໄມ້ ເພີ່ມຂຶ້ນ 5,39% ກວມເອົາ 27,11% ຂອງ GDP; ອຸດສາຫະກຳ ເພີ່ມຂຶ້ນ 5,11% ກວມເອົາ 37,82% ແລະ ບໍລິການ ເພີ່ມຂຶ້ນ 4,39% ກວມເອົາ 35,07%. ລວມຍອດຜະລິດຕະພັນພາຍໃນ ສະເລ່ຍຕໍ່ຫົວຄົນ 20 ລ້ານກີບ ຫລື 1.213 ໂດລາ , ​ມະຕິສະພາຮັບຮອງໃນປີແມ່ນ 2.500 ໂດລາ. ຂະແໜງການຕົ້ນຕໍທີ່ຊຸກຍູ້ໃຫ້ເສດຖະກິດ ສືບຕໍ່ຂະຫຍາຍຕົວໄດ້ແກ່ຂະແໜງກະສິກຳ, ອຸດສາຫະກຳປຸງແຕ່ງ, ພະລັງງານໄຟຟ້າ-ບໍ່ແຮ່, ການຄ້າ ໂດຍສະເພາະການຂາຍຍົກ-ຂາຍຍ່ອຍ ແລະ ອື່ນໆ.​