ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ສສ ຫວຽດນາມ ຢຽ້ມຢາມບໍລິສັດ ຢູນິເທວ

ໃນວັນທີ 2 ພະຈິກ 2022 ທີ່ນະຄອນຫລວງວຽງຈັນ, ທ່ານ ພົນໂທ ຫວູ້ ຫາຍສານ ຄະ ນະເລຂາທິການສູນກາງພັກ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໄດ້ພົບປະຢຽ້ມຢາມຄະນະ ຜູ້ບໍລິຫານຂອງບໍລິສັດ ຢູນິເທວ ໃນໂອກາດທີ່ເດີນທາງມາຢ້ຽມ ຢາມ ແລະ ເຮັດວຽກຢູ ສປປ ລາວ ໃນລະຫວ່າງ ວັນທີ 1-5 ພະຈິກ 2022 ນີ້, ໂດຍການໃຫ້ກຽດຕ້ອນ ຮັບຂອງ ທ່ານ ເຈິນ ຈຸງຮຶງ ຜູ້ອຳນວຍການໃຫຍ່ບໍລິສັດ ຢູນິເທວ.
ທ່ານ ເຈິນ ຈຸງຮຶງ ຜູ້ອຳນວຍການໃຫຍ່ ກ່າວວ່າ: ການດຳເນີນທຸລະກິດ, ການບໍລິການທາງດ້ານໂທລະຄົມ ແລະ ການສື່ສານ (ໂທລະສັບ ແລະ ການສື່ສານປະເພດຕ່າງໆ)ໃນຕະຫລອດໄລຍະ 14 ປີທີ່ ຜ່ານມາ, ບໍລິສັດ ຢູນິເທວ ໄດ້ກາຍເປັນບໍລິສັດແຖວໜ້າຂອງ ສປປ ລາວ ໃນການບໍລິການດ້ານວຽກງານການສື່ສານ ແລະ ໂທລະຄົມ, ຂະນະທີ່ການປະຕິບັດພັນທະອາກອນໃຫ້ແກ່ລັດຖະບານ ແມ່ນເພີ່ມຂຶ້ນໃນແຕ່ລະປີ, ກາຍເປັນເຄືອຂ່າຍທີ່ໃຫຍ່ທີ່ສຸດໃນ ສປປ ລາວ. ປັດຈຸບັນມີ 9.000 ສະຖານີ ແລະ 4.000 ສູນສະຖານີ 4 ຈີ ແລະ ມີລູກຄ້າຜູ້ໃຊ້ບໍລິການທັງໝົດ 3,5 ລ້ານເລກໝາຍ, ກວມເອົາ 58% ຂອງສວ່ນແບ່ງໃນຕະຫລາດຂະແໜງໂທລະຄົມ ແລະ ໄດ້ສ້າງວຽກເຮັດງານທຳທັງໝົດດ 27.000 ກວ່າຄົນ. ນອກນີ້ ຍັງໄດ້ປະກອບສ່ວນຊ່ວຍເຫລືອສັງຄົມ ດ້ວຍຮູບການຕ່າງໆຈຳນວນຫລວງຫລາຍ ໂດຍສະເພາະໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ 19, ລວມມູນຄ່າຫລາຍກວ່າ 8 ແສນໂດລາສະຫະລັດ ແລະ ຈະສືບຕໍ່ຮັກສາການເປັນຜູ້ນໍາໜ້າ ທາງດ້ານໂທລະຄົມ ແລະ ການສື່ສານໃນ ສປປ ລາວ.
ສຳລັບແຜນການໃນຕໍ່ໜ້າ, ຈະສືບຕໍ່ເສີມຂະຫຍາຍທ່າແຮງສ້າງຖານລາຍຮັບ ແລະ ລູກຄ້າ ໃຫ້ເພີ່ມຂຶ້ນ, ດຳເນີນທຸລະກິດຕິດພັນກັບການເອົາໃຈໃສ່ ປະຕິບັດໜ້າທີ່ພາລະບົດບາດ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ, ສືບຕ່ໍຊ່ວຍເຫລືອສັງຄົມ ແລະ ພັດທະນາລະບົບໃໝ່ໆອອກຮັບໃຊ້ສັງຄົມ ໂດຍສະ ເພາະແມ່ນການພັດທະນາສັງຄົມດີຈີຕອນ.
ໃນໂອກາດນີ້, ທ່ານ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດຫວຽດນາມ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາຜົນສຳເລັດ ທີ່ຍາດມາໄດ້ໃນຕະຫລອດໄລຍະທີ່ຜ່ານມາ; ພ້ອມນີ້ ຍັງໄດ້ເນັ້ນໜັກໃຫ້ບໍລິສັດ ຢູນິເທວ ຈົ່ງສືບຕໍ່ເສີມຂະຫຍາຍຫົວຄິດປະດິດສ້າງ, ຄົ້ນຄິດລະບົບອັນໃໝ່ໆ ເພື່ອນຳມາຮັບໃຊ້ສັງຄົມ ແລະ ຍົກສຸງການບໍລິການໃຫ້ມີຄຸນນະພາບຕື່ມອີກ.

