ອຸບັດຕິເຫດລົດພວງ ແລະ ລົດບັນທຸກໜັກ ຕຳກັນຢູ່ເສັ້ນທາງບ້ານ ສີລາເລກ ເມືອງຊຽງເງິນ ມີຜູ້ເສຍຊີວິດ 1 ຄົນ

ອີງຕາມໜ່ວຍກູ້ຊີບອົງການກາແດງລາວ ແຂວງຫລວງພະບາງ ລາຍງານວ່າ: ວັນທີ 4 ພະຈິກ 2022 ເວລາ​ ​08:52 ໂມງ ເກີດອຸບັດຕິເຫດລົດພວງ ແລະ ລົດບັນທຸກໜັກ ຕຳກັນຢູ່ເສັ້ນທາງບ້ານ ສີລາເລກ ເມືອງຊຽງເງິນ ແຂວງຫລວງພະບາງ ​ ​ ເມື່ອທີມງານກູ້ຊີບອົງການກາແດງລາວອອກກວດສອບພົບເຫັນຜູ້ບາດເຈັບຕິດຢູ່ພາຍໃນລົດເພດຍິງ 1 ຄົນ, ອາການບາດເຈັບເບື້ອງຕົ້ນ: ມີບາດແຜຈີກໃຫຍ່ຢູ່ຫວ່າງຂາທັງສອງເບື້ອງ, ມີບາດແຜຈີກຢູ່ຂໍ້ຕີນເບື້ອງຊ້າຍ ແລະ ເສຍເລືອດຫລາຍຕິດຢູ່ພາຍໃນລົດ. ສະນັ້ນ, ທີມງານຈຶ່ງໄດ້ໃຊ້ເຄື່ອງຕັດຖາງຊ່ວຍຕັດເພື່ອເອົາຜູ້ບາດເຈັບອອກມາ ແຕ່ກໍບໍ່ທັນການຜູ້ບາດເຈັບແມ່ນເສຍເລືອດຫລາຍຈົນເຮັດໃຫ້ເສຍຊີວິດ.

ຂໍ້ມູນເບື້ອງຕົ້ນຜູ້ເສຍຊີວິດ: ຊື່ ນາງ ເກດ ອາຍຸ18 ປີ ບ້ານ ນາໂພ ເມືອງໂພນໂຮງ ແຂວງວຽງຈັນ. ດັ່ງນັ້ນທທີມງານໜ່ວຍ​ກູ້ຊີບອົງກ​ານກາແດງລາວ​ໄດ້ທຳການຫໍ່ສົບຜູ້ເສຍຊີວິດແລ້ວນຳສົ່ງໂຮງເຢັນໂຮງໝໍແຂວງຫລວງພະບາງ.

ຂໍສະແດງຄວາມ​ເສຍໃຈມາຍັງຄອບຄົວ ແລະ ຍາດພີ່ນ້ອງຂອງຜູ້ເສຍຊີວິດ​, ຂໍໃຫ້ດວງວິນຍານໄປສູ່ພົບພູມທີ່ດີດ້ວຍເຖິ້ນ.