ຟີຟາ ຂໍຮ້ອງ 32 ຊາດຮ່ວມແຂ່ງຂັນບານໂລກ ສຸມໃສ່ແຕ່ເລື່ອງບານເຕະ

ສະຫະພັນບານເຕະນາໆຊາດ (ຟີຟາ) ໄດ້ຂຽນຈົດຫມາຍເຖິງທີມທີ່ຮ່ວມແຂ່ງຂັນໃນບານເໂລກ 2022 ທີ່ປະເທດກາຕ້າ ໂດຍຂໍຮ້ອງໃຫ້ສຸມໃສ່ແຕ່ເລື່ອງບານເຕະ ແລະ ຢ່າລາກການເມືອງເຂົ້າມາກ່ຽວຂ້ອງ.

ໂດຍບານໂລກ 2022 ລະຫວ່າງວັນທີ 20 ພະຈິກ – 18 ທັນວາ ເກີດການປະທ້ວງກ່ຽວກັບເລື່ອງນອກສະໜາມຫລາຍຢ່າງ ທັງການຮຽກຮ້ອງສິດທິຂອງ ແອລຈີບີທີ ລວມເຖິງຄວາມກັງວົນກ່ຽວກັບການປະຕິບັດທີ່ບໍ່ໄດ້ເປັນທຳຕໍ່ແຮງງານຂ້າມຊາດ.

ຍົກຕົວຢ່າງເຊ່ັນ ແຮຣີ ເຄນ ກອງໜ້າທີມຊາດອັງກິດ ເຊິ່ງຈະເປັນຫນຶ່ງໃນ 9 ກັບຕັນຂອງທີມຈາກທະວີບຢູໂຣບ ເຊິ່ງຈະສວມປອກແຂນທີ່ມີຂໍ້ຄວາມ “ One Love”  ເພື່ອຮຽກຮ້ອງຄວາມເທົ່າທຽມ ແລະ ນັກເຕະທີມຊາດເດນມາກ ກໍຈະເດີນໄປແຂ່ງຂັນໂດຍບໍ່ມີນຳສະມາຊິກໃນຄອບຄົວໄປເພື່ອປະທ້ວງເລື່ອງສິດທິມະນຸດຊົນໃນກາຕ້າເປັນຕົ້ນ.

ຈົນຫລ້າສຸດ ຈານນີ ອິນຟານຕີໂນ ປະທານຟີຟາ ລວມເຖິງແຟດມາ ຊາມູຣາ ເລຂາທິການທົ່ວໄປ ໄດ້ສົ່ງຈົດຫມາຍໄປຍັງ 32 ປະເທດທີ່ເຂົ້າຮ່ວມໃນບານໂລກ ຄັ້ງນີ້ ໃຫ້ມຸ້ງເນັ້ນ ແຕ່ເລື່ອງບານເຕະ ໂດຍບໍ່ນຳເລື່ອງການເມືອງມາກ່ຽວ.