ນັກແລ່ນ ເຄນຢາ ປະເດີມຄວ້າແຊ໊ມໂລກ ເທຣລພູເຂົາ ອັບຮິລ

ການແຂ່ງຂັນແລ່ນ ເທຣລພູເຂົາ ຊີງແຊ໊ມໂລກ ຄັ້ງທີ 1 ລາຍການ Amazing Thailand World Mountain & Trail Championships 2021 ລະຫວ່າງການແຂ່ງຂັນວັນທີ 3-6 ພະຈິກນີ້ ທີ່ດອຍສະເທບ ຈັງຫວັດຊຽງໃຫມ່ ເຊ່ິງມີນັກແລ່ນທີມຊາດຈາກທົ່ວໂລກຮ່ວມການແຂ່ງຂັນກວ່າ 700 ຄົນ ໄດ້ມີພິທີເປີດການແຂ່ງຂັນຢ່າງຍິ່ງໃຫຍ່ ເມື່ອວັນທີ 3 ພະຈິກ 2022.

ການແຂ່ງຂັນດັ່ງກ່າວ ຊີງເງິນລາງວັນລວມ 66,000 ໂດລາສະຫະລັດ ຈັດຂຶ້ນເປັນຄັ້ງທຳອິດໃນປະເທດໄທ ໂດຍໄດ້ຮັບການຮັບຮອງຈາກສະມາຄົມແລ່ນພູເຂົາໂລກ (World Mountain Running Association) ສະມາຄົມແລ່ນອັລຕຣານາໆຊາດ (International Assocation of Ultrarunners) ແລະ ສະມາຄົມແລ່ນເທຣລໂລກ (International Trail Running Association) ໂດຍການແຂ່ງຂັນລາຍການທຳອິດປະເພດແລ່ນພູເຂົາ ໄລຍະທາງ 8,5 ກິໂລແມັດ. ຊາຍ ຜົນປະກົດວ່າ : ແພດທຣິກ ຄິບເກນໂນ ຈາກເຄນຢາ ເຂົ້າເສັ້ນໄຊເປັນຄົນທຳອິດ ດ້ວຍເວລາ 46,51 ນາທີ ໂດຍມີ ຟິລມອນ ຄີເຣຍໂກ ຫມູ່ຮ່ວມຊາດຕາມເຂົ້າມາເປັນອັນດັບສອງ 48,24 ນາທີ ແລະ ອັນດັບ 3 ອະເລຮານໂດຣ ກາເຊຍ ຄາຣິນໂຢ ຈາກສະເປນ 49,03 ນາທີ.

ສ່ວນປະເພດຍິງ ອັລລີ ແມັກຄລັບລິນ ຈາກສະຫະລັດອາເມລິກາ ຄວ້າແຊ໊ມດ້ວຍເວລາ 55.15 ນາທີ ອັນດັບ 2 ແອນເດຣຍ ເມ ຈາກອອສເຕຣຍ 55,41 ນາທີ ແລະ ເມົາເດ ເມຕິສ ຈາກສະວິດເຊີແລນ 56,00 ນາທີ.