ອົດລຸຍບານໂລກ! ໄລຊິກ ຢືນຢັນ ຕີໂມ ແວເນີ ພັກຈົນຈົບລະດູການນີ້

ໄລຊິກ ຢືນຢັນວ່າກອງຫນ້າໂຕເກັ່ງຈະຕ້ອງພັກຈົນຈົບປີ 2022, ເຮັດໃຫ້ໝົດສິດຕິດທັບອິນຊີເຫລັກໄປລຸຍບານໂລກແນ່ນອນແລ້ວ

ຫົວຫອກ ອິນຊີເຫລັກ ໄດ້ຮັບບາດເຈັບບໍລິເວນຂໍ້ຕີນມາຈາກເກມ ຢຸຟ່າ ແຊ້ມປຽນລີກ ກັບ ຊາກຕ້າ ໂດເນດ ເມື່ອກາງອາທິດຜ່ານມາ ເຊິ່ງທາງຕົ້ນສັງກັດຢືນຢັນແລ້ວວ່າລາວຈະພາດລົງສະໜາມຊ່ວຍທີມຕະຫລອດປີ 2022 ຢ່າງແນ່ນອນ

“ຕີໂມ ແວເນີ ໄດ້ຮັບບາດເຈັບຂໍ້ຕີນໃນການແຂ່ງຂັນກັບ ຊາກຕ້າ ໂດເນດ, ຜົນການສະແກນສະແດງໃຫ້ເຫັນວ່າເສັ້ນເອັນຂອງລາວຊີກຂາດ ແລະ ຕ້ອງພັກຮັກສາໂຕໃນຊ່ວງທີ່ເຫລືອຂອງປີ 2022” ໄລຊິກ ຖະແຫລງການ

ທາງດ້ານ ຮັນຊີ່ ຟຣິກ ຫົວ​ໜ້າ​ຄູ​ຝຶກ​ຂອງທີມຊາດ​ເຢຍ​ລະ​ມັນ ຍອມ​ຮັບ​ວ່າ​ການ​ຂາດ​ ແວເນີ ໃນ​ການ​ແຂ່ງ​ຂັນ​ບານ​​ໂລກ 2022 ​ເປັນເລື່ອງ​ເສຍ​ຫາຍ​ຢ່າງ​ໜັກ”.