ປີເກ້ ປະກາດອຳລາວົງການບານເຕະ ໂດຍຈະລົງຫລິ້ນເກມລີກເສົານີ້ນັດສຸດທ້າຍ ຫລັງຢູ່ຮັບໃຊ້ສະໂມສອນຍາວເຖິງ 14 ປີ

ເຄີຣາດ ປີເກ້ ປະການຫລັງຈອມເກົ໋າຂອງ ບາເຊໂລນາ ເຮັດແຟນບານເຕະຕົກໃຈ ເພາະຫລ້າສຸດໄດ້ປະກາດອຳລາວົງການຢ່າງເປັນທາງການ ໂດຍຈະຫລິ້ນເກມສຸດທ້າຍໃນວັນເສົານີ້
ກອງຫລັງຊາວສະເປນ ອາຍຸ 35 ປີ ຈະຖືໂອກາດອຳລາແຟນບານໃນເກມ ລາ ລີກາ ນັດທີ່ ບາເຊໂລນາ ມີຄິວເປີດສະໜາມ ແຄ້ມ ນູ ພົບກັບ ອັລເມເລຍ ໃນວັນເສົາທີ 5 ພະຈິກ ເຊິ່ງຈະເປັນເກມນັດສຸດທ້າຍໃນອາຊີບນັກເຕະຂອງ ປີເກ້
ນັບເປັນຂ່າວທີ່ເກີດຂຶ້ນຢ່າງກະທັນຫັນ ຂະນະທີ່ ປິເກ້ ມີຊື່ຕິດທີມຊາດສະເປນ 55 ຄົນ ສຳລັບບານໂລກ 2022 ທີ່ປະເທດກາຕ້າ. ທີ່ຈະເປີດສາກຂຶ້ນໃນວັນອາທິດ 20 ເດືອນພະຈິກນີ້
Culers, us he de dir una cosa. pic.twitter.com/k3V919pm1T
— Gerard Piqué (@3gerardpique) November 3, 2022

