6 ທີມໃຫຍ່ຫູຕັ້ງ, ຊາຮາ ມີທ່າທີຈະບໍ່ຕໍ່ສັນຍາ ພາເລດ ອາດກາຍເປັນນັກເຕະອິດສະຫລະລະດູການນີ້

ວິລຟຣີດ ຊາຮາ ສະແດງທ່າທີບໍ່ຕອບກັບການຂະຫຍາຍສັນຍາກັບ ຄຣິສຕັລ ພາເລດ ແຫ່ງບານເຕະພຣີເມຍລີກ ອັງກິດ ເຖິງວ່າກ່ອນໜ້ານີ້ລາວຈະຕອບຮັບຂໍ້ສະເໜີດັ່ງກ່າວແບບປາກເປ່ົາເປັນທີ່ຮຽບຮ້ອຍ ເມື່ອສັນຍາສະບັບປັດຈຸບັນ ຂອງລາວພວມຈະສິ້ນສຸດລົງໃນລະດູການໜ້າ ຕາມການລາຍງານຈາກ ເດລີເມລ ສື່ໃນອັງກິດ.

ນັກເຕະອາຍຸ 29 ປີຈະກາຍເປັນນັກເຕະອິດສະຫລະໃນລະດູການ 2023 ໂດຍສາມາດຍ້າຍທີມແບບບໍ່ມີຄ່າຕົວ ຫາກ ພາເລດ ບໍ່ສາມາດໂນ້ມນ້າວໃຫ້ດາວເຕະທີມຊາດ ໄອວໍຣີໂຄສ ເຊັນສັນຍາສະບັບໃຫມ່ກັບທີມໄດ້ ເຊິ່ງລາຍງານລະບຸວ່າທີມ ພາເລດ ໄດ້ຍື່ນສັນຍາສະບັບໃຫມ່ຍົກລະດັບຄ່າເມື່ອຍມູນຄ່າມະຫາສານໃຫ້ລາວເປັນທີ່ຮຽບຮ້ອຍ.

ເດລີເມລ ຊີ້ວ່າ ຊາຮາ ໄດ້ຮັບສັນຍາໃຫມ່ຫລາຍກວ່າປັດຈຸບັນທີ່ຮັບຢູ່ 130,000 ປອນ/ອາທິດຈຳນວນຫລາຍ ແລະຈະກາຍເປັນ ນັກເຕະທີ່ຮັບຄ່າເມື່ອຍສູງສຸດເປັນປະຫວັດຂອງ ພາເລດ ຫາກຕອບຮັບສັນຍາໃຫມ່ດັ່ງກ່າວ ໂດຍລາວເປັນນັກເຕະຕົວ ສຳຄັນໃນທີມ ມາຕັ້ງແຕ່ປີ 2014 ຫລັງຍ້າຍຈາກ ແມນເຊສເຕີ ຢູໄນເຕັດ ຄືນຖິ່ນເກ່ົາ.

ໂດຍກ່ອນໜ້ານີ້ ຊາຮາ ເຄີຍຕົກເປັນຂ່າວເຊື່ອມໂຍງກັບທີມໃຫຍ່ຮ່ວມລີກເຊັ່ນ : ອາເຊນອລ, ເຊລຊີ, ທັອດແນມ ຮັອດສະເປີ, ແມນເຊສເຕີ ຢູໄນເຕັດ ໄປຈົນເຖິງ  ລີເວີພູລ ແລະ ຄາດການວ່າສະຖານະນັກເຕະອິດສະຫລະຂອງລາວຈະດຶງດູດຄວາມສົນ ໃຈຂອງເຫລ່ົາທີມໃຫຍ່ດັ່ງກ່າວອີກເທື່ອຫນຶ່ງ.

ທັງນີ້ ລາວສ້າງສະຖິຕິສັງຫານ 5 ປະຕູກັບ 1 ແອສຊິສໃຫ້ກັບທີມຂອງ ປາຣທຣິກ ວິເອຣາ ຈາກການລົງສະໜາມ 11 ນັດໃນລະດູການນີ້.