15 ເຄັດລັບສອນລູກໃຫ້ສະຫລາດ ທັງໄອຄິວ ແລະ ອີຄິວ

ລ້ຽງລູກແນວໃດໃຫ້ມີຄວາມສຸກ ແລະ ສະຫລາດທັງທາງດ້ານສະຕິປັນຍາ IQ=Intelligence ແລະ ທາງດ້ານອາລົມ EQ=Emotional Intelligence ທັງຍັງມີຄວາມສຸກ ແລະ ເຕີບໃຫຍ່ຂຶ້ນມາມີເຫດຜົນ ແລະ ເປັນຄົນດີຂອງສັງຄົມ ? ມື້ນີ້ພວກເຮົາມີເຄັດລັບສຳຄັນ ແລະ ຜ່ານການສຶກສາມາແລ້ວວ່າໃຊ້ໄດ້ຜົນດີກັບເດັກທົ່ວໂລກມາແນະນຳບັນດາທ່ານ.
1. ໃຫ້ລູກກິນນົມແມ່ : ຜົນການວິໄຈຈາກ American Academy of Pediatrics (AAP) ແລະ American College of Obstetricians and Gynecologists ເຜີຍວ່າ ການໃຫ້ລູກກິນນົມແມ່ຢ່າງໜ້ອຍ 6 ເດືອນ ເຖິງ 1 ປີ ຖືເປັນໜຶ່ງໃນເຄັດລັບການພັດທະນາ IQ ແລະ EQ ຂອງລູກຢ່າງເປັນທຳມະຊາດ ແລະ ມີປະສິດທິພາບ ເພາະຄຸນຄ່າທາງໂພຊະນາການຂອງນຳ້ນົມແມ່ຊ່ວຍພັດທະນາລະບົບທາງປະສາດຂອງເດັກ ແລະ ການໃກ້ຊິດລະຫ່ວາງແມ່ກັບລູກຂະນະໃຫ້ລູກກິນນົມ ຍັງຊ່ວຍໃຫ້ລູກຮູ້ສຶກອົບອຸ່ນ ແລະ ຮັບຮູ້ເຖິງຄວາມຮັກຄວາມເອົາໃຈໃສ່ຈາກແມ່ ຊ່ວຍເສີມສ້າງທັກສະທາງອາລົມໃຫ້ແກ່ລູກ.
2. ຝຶກໃຫ້ລູກຮູ້ສຶກຂອບໃຈ Gratitude :ຄວາມຮູ້ສຶກສຳນຶກຂອບໃຈ Gratitude ໝາຍເຖິງຄວາມຮູ້ສຶກຂອບໃຈ ແລະ ສຸກໃຈເມື່ອໄດ້ຮັບສິ່ງຕ່າງໆ ຫລື ການເບິ່ງເຫັນ ແລະ ຊາບຊຶ້ງກັບແງ່ມຸມບາງຢ່າງໃນຊີວິດ ບໍ່ວ່າຈະເປັນສິ່ງນ້ອຍໆ ຫລື ສິ່ງໃຫຍ່ໆ. ວຽກງານວິໄຈພົບວ່າ ການໝັ່ນໃຫ້ລູກຮູ້ສຶກຂອບໃຈຢູ່ສະເໝີ ສາມາດຊ່ວຍໃຫ້ລູກເບິ່ງໂລກໃນແງ່ບວກຫລາຍຂຶ້ນ, ມີຄວາມກະຕືລືລົ້ນ ແລະ ຮູ້ສຶກມີຄວາມສຸກ ໂດຍການຝຶກຄວາມຮູ້ສຶກຂອບໃຈ ສາມາດເຮັດໄດ້ງ່າຍໆ ເຊັ່ນ : ໃຫ້ລູກລອງຂຽນລົງໃນສະໝຸດບັນທຶກ ໃຫ້ລູກລອງເວົ້າອອກມາຈັກ 2-3 ຂໍ້ໃນສິ່ງທີ່ເຂົາຮູ້ສຶກຂອບໃຈປະຈຳວັນ ກ່ອນນອນ ຫລື ກ່ອນກິນເຂົ້າແລງ ເປັນຕົ້ນ.
3. ຖາມ-ຕອບກັບລູກ : ເດັກນ້ອຍຂີ້ສົງໄສ ແລະ ສໍ້ຖາມພໍ່ແມ່ຕະຫລອດນັ້ນເປັນສັນຍານທີ່ດີ ເພາະສະແດງວ່າລູກເປັນຄົນຊ່າງສັງເກດ ແລະ ໄຝ່ຮູ້ ຫາກລູກຖາມຄຳຖາມຕະຫລອດ ຂໍໃຫ້ພໍ່ແມ່ຢ່າເບື່ອ ຫລື ລຳຄານ ເພາະການຖາມ-ຕອບຂອງເດັກຈະຊ່ວຍໃຫ້ເກີດຂະບວນການຮຽນຮູ້ ທີ່ສຳຄັນຢ່າລືມຖາມລູກຄືນ ເຊັ່ນ : ຮູ້ບໍ່ສິ່ງນີ້ແມ່ນຫຍັງ ? ຖ້າລູກພົບກັບສະຖານະການແບບນີ້ຈະເຮັດແນວໃດ ? ເພື່ອກະຕຸ້ນໃຫ້ລູກໄດ້ຄິດເພີ່ມຕື່ມ.
4. ເສີມສ້າງກິດຈະກຳທາງຄວາມຊົງຈຳ : ກິດຈະກຳທາງຄວາມຊົງຈຳ Memories activities ຊ່ວຍພັດທະນາບໍ່ພຽງແຕ່ທັກສະໃນການຈື່ຈຳຂອງລູກ, ແຕ່ຍັງລວມທັກສະໃນການໃຊ້ເຫດຜົນ ແລະ ພາສາ ຕະຫລອດຈົນການປະຕິດປະຕໍ່ເຫດການ ແລະ ຄວາມເຂົ້າໃຈສະຖານະການສະເພາະໜ້າຕ່າງໆ. ການໃຫ້ລູກຫລິ້ນກິດຈະກຳທາງຄວາມຊົງຈຳ ເຊັ່ນ : ຕໍ່ຈິກຊໍ, ຕົວອັກສອນໄຂວ້, ການປະສອບຂອງຫລິ້ນ ຈຶ່ງຖືເປັນອີກໜຶ່ງກິດຈະກຳທີ່ຊ່ວຍເສີມສ້າງ IQ ແລະ EQ ໃຫ້ລູກໄດ້ຢ່າງມ່ວນຊື່ນສະໜຸກສະໜານ ແລະ ມີປະສິດທິພາບ.
5. ຄວາມຫວັງຄວາມພະຍາຍາມບໍ່ແມ່ນຄວາມສົມບູນແບບ : ການຄາດຫວັງຄວາມພະຍາຍາມ ຈະຊ່ວຍໃຫ້ລູກມ່ວນກັບການຮຽນ ແລະ ກິດຈະກຳທີ່ເຂົາກຳລັງເຮັດ ໄດ້ດີກ່ວາການຄາດຫວັງຄວາມສົມບູນແບບ. ວຽກງານວິໄຈພົບວ່າ ພໍ່ແມ່ທີ່ມັກຄາດຫວັງຄວາມສົມບູນແບບຈາກລູກ ມັກເຮັດໃຫ້ລູກສ່ຽງມີອາການຊຶມເສົ້າ ແລະ ວິຕົກກັງວົນເມື່ອໃຫຍ່ຂຶ້ນໂດຍບໍ່ຮູ້ໂຕ. ການລ້ຽງລູກຢູ່ເທິງພື້ນຖານຂອງຄວາມພະຍາຍາມ ຈຶ່ງຊ່ວຍໃຫ້ລູກເຫັນຄຸນຄ່າໃນໂຕເອງ ແລະ ສິ່ງທີ່ເຂົາເຮັດໄດ້ຢ່າງເປັນເຫດເປັນຜົນ ແລະ ມີຄວາມສຸກຫລາຍກ່ວາ.
6. ພໍ່ແມ່ຮຽນຮູ້ທີ່ຈະມີຄວາມສຸກ : ນອກເໜືອຈາກການພັດທະນາຜ່ານທາງທັກສະ ແລະ ກິດຈະກຳຕ່າງໆ ການຮຽນຮູ້ທີ່ຈະມີຄວາມສຸກໃນໄວເດັກຍັງຂຶ້ນຢູ່ກັບອາລົມ ແລະ ພຶດຕິກຳຂອງພໍ່ແມ່ນຳ ການທີ່ພໍ່ແມ່ອາລົມບໍ່ດີໃຫ້ລູກເຫັນຕະຫລອດ ກໍອາດບົ່ມຊ້ອນປູກຝັງຄວາມວິຕົກກັງວົນ ແລະ ປົມໃນໃຈໃຫ້ລູກຄືກັນ. ດັ່ງນັ້ນ, ນອກເໜືອຈາກການຝຶກໃຫ້ລູກພັກທະນາທັກສະດ້ານອາລົມຕ່າງໆ ການທີ່ພໍ່ແມ່ມີຄວາມສຸກ ແລະ ອາລົມດີກ່ອນ ແລະ ເຜື່ອແຜ່ລັງສີແຫ່ງຄວາມສຸກດັ່ງກ່າວສົ່ງຕໍ່ໃຫ້ລູກ ຍັງຖືເປັນອີກວິທີລ້ຽງລູກໃຫ້ມີຄວາມສຸກໄດ້ຄືກັນ.
7. ໃຫ້ຄວາມຮັກຄວາມອົບອຸ່ນແກ່ລູກສະເໝີ : ເດັກທີ່ເຕີບໃຫຍ່ມາດ້ວຍຄວາມຮັກ ແລະ ຄວາມເອົາໃຈໃສ່ຈາກພໍ່ແມ່ສະເໝີ ຈະມີພັດທະນາການທີ່ດີ ທັງດ້ານສະຕິປັນຍາ ແລະ ອາລົມ.
8. ອ່ານໜັງສືກັບລູກ : ແທນການພຽງແຕ່ກະຕຸ້ນໃຫ້ລູກອ່ານໜັງສື ຫລື ອ່ານໜັງສືໃຫ້ລູກຟັງ ຜູ້ຊ່ຽວຊານແນະນຳວ່າ ການອ່ານພ້ອມກັນກັບລູກ ແລະ ພະຍາຍາມອະທິບາຍຈຸດທີ່ສຳຄັນທີ່ໜ້າສົນໃຈໃຫ້ລູກຟັງ ຈະຊ່ວຍເພີ່ມທັງຄວາມເຂົ້າໃຈ ແລະ ການພັດທະນາທາງສະຕິປັນຍາ ພ້ອມທັງຊ່ວຍເສີມສ້າງຄວາມຮູ້ສຶກອົບອຸ່ນ ແລະ ຄວາມຮັກລະຫ່ວາງກັນ ແລະ ກັນ ຖືເປັນວິທີການລ້ຽງລູກໃຫ້ມີເຫດຜົນ ສະຫລາດ ຕະຫລອດຈົນຮູ້ສຶກເຖິງຄວາມຮັກຈາກພໍ່ແມ່ໃນຂະນະດຽວກັນ.
9. ພາລູກໄປຫລິ້ນກິລາ : ການຫລິ້ນກິລານອກຈາກເຮັດໃຫ້ຮ່າງກາຍແຂງແຮງແລ້ວ ຍັງຊ່ວຍຝຶກຄວາມໄວໃນການຄິດວິເຄາະ ແລະ ຂະບວນການຄິດຢ່າງມີເຫດຜົນຂອງລູກ.
10. ກິນເຂົ້າແລງນຳກັນພ້ອມໜ້າພ້ອມຕາ : ບໍ່ເຊື່ອກໍຕ້ອງເຊື່ອ ວ່າກິດຈະກຳດັ່ງການກິນເຂົ້າແລງຮ່ວມກັນຢ່າງພ້ອມໜ້າພ້ອມຕາລະຫ່ວາງພໍ່ແມ່ລູກ ຫລື ພາຍໃນຄອບຄົວ ແມ່ນອີກໜຶ່ງກິດຈະກຳທີ່ການວິໄຈພົບວ່າ ເດັກສ່ວນຫລາຍຊື່ນຊອບ ແລະ ສາມາດຊ່ວຍບົ່ມຊ້ອນປູກຝັງຄວາມສຸກ ແລະ ການເຕີບໃຫຍ່ທາງອາລົມຂອງລູກໄດ້ຢ່າງອົບອຸ່ນ ແລະ ເປັນທຳມະຊາດ ໂດຍສະເພາະການກິນເຂົ້າແລງທີ່ຄອບຄົວສົນໃຈທີ່ຈະແລກປ່ຽນເຫດການປະຈຳວັນຂອງກັນ ແລະ ກັນ, ຖາມຄວາມເປັນໄປທຸກສຸກ ແລະ ສະແດງຄວາມຮັກແພງຫ່ວງໄຍຕໍ່ກັນ ແລະ ກັນ.
11. ໃຫ້ກຳລັງໃຈລູກ : ການກະຕຸ້ນລູກສະຫລາດບໍ່ແມ່ນການໃຫ້ເຂົາລົງມືເຮັດພຽງຄັ້ງດຽວ ແລ້ວຈະປະສົບຄວາມສຳເລັດ, ແຕ່ເກີດຈາກການເຮັດຊຳ້ໆຕະຫລອດຢ່າງຕໍ່ເນື່ອງ ຈົນເກີດເປັນທັກສະ ຂະບວນການຄິດ ເກີດເປັນການຮຽນຮູ້ ແລະ ຄວາມສະຫລາດ. ດັ່ງນັ້ນ, ເຮົາຄວນເວົ້າໃຫ້ກຳລັງໃຈລູກ ເພື່ອໃຫ້ລູກມີກຳລັງໃຈ ແລະ ຮູ້ສຶກດີທີ່ຈະຮຽນຮູ້ສິ່ງນັ້ນຕໍ່ໄປ.
12. ສົ່ງເສີມໃຫ້ລູກຫລິ້ນດົນຕີ : ການວິໄຈຫລາຍແຫ່ງພົບວ່າ ການຝຶກໃຫ້ລູກຫລິ້ນດົນຕີ ຫລື ແມ່ນແຕ່ຫລົງຮັກໃນສຽງດົນຕີ ສາມາດຊ່ວຍພັດທະນາທັກສະທາງ IQ ຂອງລູກໄດ້ຢ່າງມີປະສິດທິພາບ ທັງຍັງຊ່ວຍເສີມສ້າງທັກສະການສະແດງອອກທາງອາລົມ ແລະ ປົດປ່ອຍຄວາມຮູ້ສຶກເສົ້າ ແລະ ສຸກສົມໃນຈິດໃຈຢ່າງສ້າງສັນ.
13. ເບິ່ງແຍງດູແລເລື່ອງອາຫານໃຫ້ຖືກຫລັກໂພຊະນາການ : ອາຫານແຕ່ລະຄາບຂອງລູກ ຄວນເປັນສິ່ງທີ່ມີປະໂຫຍດ ມີສານອາຫານເໝາະສົມກັບເດັກໄວຈະເລີນເຕີບໃຫຍ່ ເຊັ່ນ : ປາທະເລຕ່າງໆທີ່ມີ DHA ຊ່ວຍບຳລຸງສະໝອງ.
14. ປ່ອຍໃຫ້ລູກຫລິ້ນກັບໝູ່ : ປ່ອຍໃຫ້ລູກໄດ້ໃຊ້ຊີວິດໂດຍບໍ່ມີພໍ່ແມ່ຄອຍເບິ່ງແຍງ ຈະຊ່ວຍໃຫ້ເດັກເກີດການຮຽນຮູ້ໃນການເຂົ້າສັງຄົມ ເຖິງວ່າບາງເທື່ອອາດຈະມີການຜິດກັນ ຫລື ຖືກໝູ່ຢອກ, ແຕ່ກໍແມ່ນວິທີການທີ່ດີທີ່ລູກຈະໄດ້ແກ້ບັນຫາດ້ວຍຕົນເອງ.
15. ເປັນແບບຢ່າງທີ່ດີໃຫ້ລູກ : ສິ່ງທີ່ສຳຄັນທີ່ສຸດ ແລະ ງ່າຍທີ່ສຸດ ກໍຄື ພໍ່ແມ່ຕ້ອງເປັນແບບຢ່າງທີ່ດີໃຫ້ລູກ ເພາະເດັກຈະຮຽນຮູ້ໄດ້ອັດຕະໂນມັດ ໂດຍບໍ່ຕ້ອງສອນເລີຍ ບໍ່ວ່າຈະເປັນນິໄສໃດໆ. ຖ້າແມ່ມັກອ່ານໜັງສືໃຫ້ລູກຟັງຕະຫລອດ ລູກກໍຈະຊຶມຊັບນິໄສຮັກການອ່ານໄປໂດຍອັດຕະໂນມັດ.
– ວິທີລ້ຽງລູກໃຫ້ສະຫລາດ ຫລື ວິທີລ້ຽງລູກໃຫ້ເປັນຄົນດີ ອາດບໍ່ມີສູດຕາຍໂຕ, ແຕ່ຖ້າລອງໃຊ້ເຄັດລັບງ່າຍໆທີ່ແນະນຳມາແລ້ວຂ້າງເທິງນັ້ນ ເຊື່ອວ່າເດັກນ້ອຍຕ້ອງເຕີບໃຫຍ່ມາຢ່າງມີຄວາມສຸກ ແລະ ມີຄຸນນະພາບແນ່ນອນ.