6 ປະໂຫຍດຂອງຜັກທຽມທີ່ດີຕໍ່ຮ່າງກາຍ

1. ປ້ອງກັນພະຍາດຫົວໃຈ : ຜັກທຽມມີຄຸນສົມບັດຕ້ານອະນຸມູນອິດສະລະ, ກິນຜັກທຽມທຸກມື້ຊ່ວຍຄວບຄຸມຄວາມດັນເລືອດ ແລະ ລະດັບນຳ້ຕານໃນເລືອດ.
2. ປິ່ນປົວອາການໄຂ້ຫວັດ : ເອົາຜັກທຽມ 2 – 3 ກີບ (ປຸງແຕ່ງສຸກ ຫລື ດິບກໍໄດ້) ມາປະສົມກັບນຳ້ຊາ ອາດຈະໃສ່ຂີງ ຫລື ນຳ້ເຜິ້ງ ກິນໄປເລື້ອຍໆອາການໄຂ້ຫວັດຈະຫລຸດລົງ ແລະ ເຊົາເປັນປົກກະຕິ.
3. ຊ່ວຍຫລຸດນຳ້ໜັກ : ອາຫານທີ່ມີຜັກທຽມປະສົມຢູ່ສາມາດຊ່ວຍຫລຸດໄຂມັນ ຫາກເປັນໄປໄດ້ ພະຍາຍາມປະສົມຜັກທຽມລົງໃນອາຫານທຸກໆຄາບ.
4. ປິ່ນປົວສິວ : ເອົາຜັກທຽມມາປອກ ແລະ ຊອຍເປັນແຜ່ນບາງໆ ແລ້ວເອົາມາທາໃສ່ບໍລິເວນທີ່ເປັນສິວ ເພາະຜັກທຽມມີສ່ວນຊ່ວຍໃນການຂ້າເຊື້ອ ແລະ ປິ່ນປົວສິວໄດ້.
5. ສົ່ງເສີມສຸຂະພາບກະດູກ : ຜັກທຽມອຸດົມໄປດ້ວຍທາດການຊຽມ, ການກິນຜັກທຽມທີ່ປະສົມຢູ່ໃນອາຫານ ຈະມີສ່ວນຊ່ວຍໃຫ້ກະດູກແຂງແຮງ.
6. ລ້າງສານພິດ :ການລ້າງສານພິດເຮັດໄດ້ງ່າຍໆ ພຽງກິນຜັກທຽມທີ່ປຸງແຕ່ງສຸກແລ້ວ ຫລື ກິນດິບ ຈະສາມາດລ້າງສານພິດອອກຈາກຕັບ ແລະ ສານພິດໃນຮ່າງກາຍອອກໄດ້.