5 ນິໄສທີ່ຈະຊ່ວຍເພີ່ມພະລັງງານໃຫ້ຫລາຍຂຶ້ນກວ່າເກົ່າ

ສໍາລັບໃຜທີ່ມີບັນຫາ ມັກນອນເວັນ ເຮັດໃຫ້ປະສິດທິພາບໃນການເຮັດວຽກຫລຸດລົງ ດຣ. ອັນເຟດ ທັນເລຍ ສາສະດາຈານ ແລະ ຫົວໜ້າພາກວິຊາເວດສາດ ດ້ານຄອບຄົວ ແລະ ສຸຂະພາບ ແຫ່ງໂຮງຮຽນ ແພດ Robert Wood Johnson ອະທິບາຍເຖິງເລື່ອງນີ້ວ່າ ການທີ່ຄົນເຮົາມີພະລັງງານຕໍ່າ ສາມາດແກ້ໄຂໄດ້ໂດຍອາໄສການປ່ຽນແປງພຶດຕິກໍາໃນກິດຈະວັດປະຈໍາວັນພຽງເລັກໜ້ອຍ ກໍສາມາດຊ່ວຍແກ້ບັນຫານີ້ໄດ້ ເຊິ່ງມີເຄັດລັບດັ່ງນີ້:

 

5 ນິໄສທີ່ຈະຊ່ວຍເພີ່ມພະລັງງານໃຫ້ຫລາຍຂຶ້ນກວ່າເກົ່າ

  1. ຖ້າເລີ່ມຄຽດ ໃຫ້ພັກອ່ານ ຫລື ເບິ່ງສິ່ງທີ່ເຮັດໃຫ້ຕົວເອງມີຄວາມສຸກ
  2. ບໍ່ຄວນດື່ມກາເຟເກີນ 2 ຈອກຕໍ່ມື້ ເພາະຈະສົ່ງຜົນທີ່ບໍ່ດີຕໍ່ການນອນ
  3. ນອນຫລັບໃຫ້ພຽງພໍໃນແຕ່ລະມື້ ຮ່າງກາຍຈະສົດຊື່ນຂຶ້ນ
  4. ຢຽດຕົນຕົວ ແລະ ເໜັງຕີງຢູ່ສະເໝີ
  5. ດື່ມນໍ້າໃຫ້ຫລາຍໆ ຈະຊ່ວຍໃຫ້ຮູ້ສຶກດີຂຶ້ນ