ປ໊ອກບາ ເຈັບຊຳ້, ຫມົດໂອກາດຄືນທີມຊາດຝຣັ່ງ ລຸຍບານໂລກ 2022

ທີມຊາດຝຣັ່ງໄດ້ຮັບຂ່າວຮ້າຍເມື່ອ ພອລ ປ໊ອກບາ ກອງກາງຂອງທີມໄດ້ຮັບບາດເຈັບຊ້ຳ ຕ້ອງພັກຍາວອີກສາມອາທິດ ເຮັດໃຫ້ໂອກາດໄປເຕະບານໂລກ 2022 ທີ່ກາຕາຕ້ອງຈົບລົງທັນທີ.

“ ເລີກິບ ” ສື່ຊື່ດັງຂອງຝຣັ່ງລາຍງານວ່າ ປ໊ອກບາ ນັກເຕະຢູເວນຕຸສ ເຊິ່ງຢູ່ລະຫວ່າງການພັກຟື້ນຈາກອາການບາດເຈັບ ເພື່ອຫວັງຈະກັບມາລົງເຕະບານໂລກໃຫ້ໄດ້ນັ້ນ ໄດ້ຮັບບາດເຈັບຊ້ຳທີ່ຕົ້ນຂາ ແລະ ການບາດເຈັບຕອນນີ້ຕ້ອງພັກອີກປະມານ 2 ອາທິດ ເປັນການປິດສາກການຫວນຄືນທີມຊາດໃນທັນທີ.

ຣາຟາເອລ ພີເມນຕາ ໂຕແທນສ່ວນຕົວຂອງ ປ໊ອກບາ ເປີດເຜີຍວ່າ : “ ປ໊ອກບາ ຢາກກັບມາລົງສະໜາໃຫ້ໄວທີ່ສຸດເທົ່າ ທີ່ຈະເປັນໄປໄດ້ ແຕ່ລາວຈຳເປັນຕ້ອງອົດທົນ ເຮັດວຽກໜັກໃນໄລຍະເວລາທີ່ຍາກລຳບາກເຫລ່ົານີ້ ແລະ ພະຍາຍາມ ຢ່າງເຕັມທີ່ເພື່ອກັບມາລົງສະໜາມເພື່ອແຟນບານ ແລະ ທີມຂອງລາວໂດຍໄວທີ່ສຸດ ”.

ຂ່າວຮ້າຍນີ້ ເປັນການຂາດນັກເຕະຕົວຫລັກອີກຄົນ ຫລັງຈາກທີ່ ເອັນໂກໂລ ກ໊ອງເຕ ກອງກາງສາລະພັດປະໂຫຍດຂອງເຊລຊີ ໄດ້ຮັບບາດເຈັບ ແລະ າດການແຂ່ງຂັນບານໂລກໄປແລ້ວກ່ອນໜ້ານີ້.

ໂດຍ ດີດີເຢ ເດສຊອງ ຜູ້ຈັດການທີມຊາດຝຣັ່ງ ຢືນຢັນວ່າຈະເລືອກນັກເຕະໄປບານໂລກ 2022 ໂດຍໃຫ້ຄວາມສຳຄັນກັບ ຄວາມສົມບູນເປັນຫລັກ.

ສຳລັບຝຣັ່ງ ຢູ່ຮ່ວມສາຍ D ກັບ ອອສເຕຣເລຍ, ເດນມາກ ແລະ ຕູນີເຊຍ ໂດຍຈະປະເດີມສະໜາມນັດທຳອິດໃນວັນທີ 22 ພະຈິກພົບກັບອອສເຕຣເລຍ.