ຍອດຂາຍລົດ NEV ຂອງຈີນ ເຕີບໃຫຍ່ຕໍ່ເນື່ອງໃນຕະຫລາດເອີຣົບ

ຂໍ້ມູນຈາກສະມາຄົມຜູ້ຜະລິດລົດແຫ່ງປະເທດຈີນ (CAAM) ລະບຸວ່າ: ໃນໄລຍະເດືອນມັງກອນຫາເດືອນກັນຍາ ຈີນສົ່ງອອກລົດປະມານ 2,1 ລ້ານຄັນ ເປັນລົດພະລັງງານໃໝ່ (NEV) ປະມານ 389.000 ຄັນ ເພີ່ມຂຶ້ນເປັນສອງເທົ່າຈາກປີຜ່ານມາ.
ກຳມະກອນໃນໂຮງງານປະກອບລົດ ໃນເມືອງ Yuyao ມົນທົນ Zhejiang ກຳລັງເລັ່ງເຮັດວຽກຢ່າງເຕັມທີ່ ເພື່ອສົ່ງມອບລົດຕາມຄຳສັ່ງຊື້ຂອງຜູ້ປະກອບການເຢຍລະມັນ ແລະ ຝຣັ່ງ. Chen Guanliu ຮອງຫົວໜ້າຝ່າຍຜະລິດບໍລິສັດ Lynk NEV ບອກວ່າ: ຕອນນີ້ໂຮງງານສາມາດປະກອບລົດໄດ້ 40 ຄັນຕໍ່ຊົ່ວໂມງ ແຕ່ກຳລັງຫາວິທີຈະປະກອບລົດໃຫ້ໄດ້ 50 ຄັນຕໍ່ຊົ່ວໂມງ ເນື່ອງຈາກມີຄຳສັ່ງຊື້ເຂົ້າມາຮອດເດືອນກຸມພາປີໜ້າ.
ຜູ້ເຮັດທຸລະກິດລົດ NEV ຂອງຈີນຫລາຍບໍລິສັດເລືອກນອກແວ ເປັນປະຕູສູ່ຕະຫລາດເອີຣົບ ລວມທັງບໍລິສັດ NIO ຜູ້ຜະລິດລົດໄຟຟ້າອັດສະລິຍະໃນຊຽງໄຮ້.
ນອກຈາກຕະຫລາດລົດສ່ວນບຸກຄົນແລ້ວ ລົດໂດຍສານໄຟຟ້າຍັງເປັນສິ່ງຕ້ອງການຂອງຕະຫລາດເອີຣົບ ຜູ້ຜະລິດລົດ BYD ໄດ້ຮັບຄຳສັ່ງຊື້ລົດໂດຍສານໄຟຟ້າຫລາຍກວ່າ 3.200 ຄັນໃນເອີຣົບ ຄອງອັນດັບໜຶ່ງໃນສ່ວນແບ່ງການຕະຫລາດ.
Qin Lihong ຜູ້ບໍລິຫານບໍລິສັດ NIO ໝັ້ນໃຈວ່າ: ຍີ່ຫໍ້ລົດໄຟຟ້າຂອງຈີນຈະເຕີບໃຫຍ່ໄດ້ດີໃນຕະຫລາດເອີຣົບ ຈາກໂຄງການສົ່ງເສີມການໃຊ້ລົດພະລັງງານໃໝ່ທີ່ເປັນມິດຕໍ່ສິ່ງແວດລ້ອມ ແລະ ຄວາມນິຍົມຂອງຜູ້ຊົມໃຊ້.

