ເວລ ປະກາດປ່ຽນຊື່ທີມຊາດ ຫລັງຈົບບານໂລກ 2022

“ ມັງກອນແດງ ” ເວລ ກຽມປ່ຽນຊື່ທີມບານເຕະຂອງຕົນເອງໄປໃຊ້ຊື່ວ່າ : “ ຄຳຣີ ” ສຳລັບການແຂ່ງຂັນບານເຕະລະດັບນາໆຊາດ ຫລັງຈາກການແຂ່ງຂັນ ບານເຕະໂລກ 2022 ທີ່ປະເທດກາຕາ ຈົບລົງ.

ສະມາຄົມບານເຕະ ເວລ ລະບຸວ່າ : ພວມເຮັດເລື່ອງເພື່ອປ່ຽນແປງຊື່ຈາກ ເວລ ເປັນຊື່ Cymru ຕາມພາສາເວລທ້ອງຖິ່ນ ກັບສະຫະພັນບານເຕະຢູໂຣບ ຫລື ຢູຟາ ຫລັງຈາກການແຂ່ງຂັນບານໂລກຈົບລົງ.

ໂດຍ ໂນລ ມູນີ ປະທານສະຫະພັນບານເຕະເວລ ລະບຸວ່າ : “ ມຸມມອງຂອງເຮົາໃນຂະນະນີ້ຄືປະເທດເຮົາເອີ້ນຕົວເອງວ່າ ຄຳຣີ ຢ່າງຈະແຈ້ງ ນັ້ນຄືສ່ິງທີ່ເຮົາເອີ້ນວ່າທີມຊາດຂອງເຮົາ ຖ້າເຈົ້າເບິ່ງເວັບໄຊຂອງເຮົາ ກໍຈະເຫັນການເວົ້າເຖິງຕົວເອງແນວໃດ, ເຮົາຄື ຄຳຣີ ໃນລະດັບສາກົນ ເຮົາຮູ້ສຶກວ່າມີງານອີກເລັກໜ້ອຍທີ່ຕ້ອງເຮັດໃນປີ 2023 ຈະມີການເຈລະຈາເລື່ອງນີ້ຢ່າງຈິງຈັງ ເຈົ້າຈະເຫັນວ່າປະເທດຕ່າງໆກໍມີຊື່ປະເທດ ແລະ ພາສາຂອງຕົນເອງ ເຊ່ັນ : ອາເຊີໄບຈານ ຫລື ຕຸຣກີ ”.

ລີກ ບານເຕ ຂອງເວັລ ເອງກໍມີຊື່ວ່າ : ຄຳຣີ ພຣີເມຍ ມີທີມແຂ່ງຂັນ 12 ທີມ ເດິ ນິວ ເຊນ ເອຟຊີ ເປັນທີມທີ່ໄດ້ ແຊ໊ມລີກສູງສຸດຫລາຍທີ່ສຸດ ກໍຄື 14 ສະໄຫມ.

ຈາກການປ່ຽນແປງຈະເຮັດໃຫ້ ເວລ ຫລື ຄຳຣີ ຖືກປ່ຽນອັນດັບຕາມຕົວອັກສອນຈາກອັນດັບສຸດທ້າຍມາຢູ່ຊ່ວງຕົ້ນ “ ເຮົານັ່ງຂ້າງກັບຢູເຄຣນຕະຫລອດໃນການປະຊຸມ ຫລື ການຈັດອັນດັບຕາມຕົວອັກສອນ ຕອນນີ້ເຮົາອາດຈະເລື່ອງ ຂຶ້ນມານັ່ງຂ້າງພວກ ໂຄຣເອເຊຍ ຫລື ເຊັກແລ້ວ ”.

ສຳລັບ ເວລ ໄດ້ຜ່ານເຂົ້າໄປຫລິ້ນບານໂລກຄັ້ງທຳອິດນັບຕັ້ງປີ 1958 ໂດຍຢູ່ຮ່ວມສາຍ B ກັບ ສະຫະລັດ, ອີຣ່ານ ແລະ ອັງກິດ ໂດຍຈະລົງສະໜາມນັດທຳອິດພົບກັບ ສະຫະລັດ ໃນວັນທີ 22 ພະຈິກ ເວລາ 02:00 ນາທີ (ຄືນວັນທີ 21 ພະຈິກ).