ກາເຟປະເພດໃດ ທີ່ດື່ມແລ້ວດີຕໍ່ສຸຂະພາບ?

ກ່ອນໜ້ານີ້ໄດ້ມີຜົນການວິໄຈທີ່ໃຫ້ຮູ້ເຖິງຄວາມເຊື່ອມໂຍງລະຫວ່າງການດື່ມກາເຟກັບການຫລຸດຄວາມສ່ຽງໃນການເສຍຊີວິດ ແຕ່ບໍ່ໄດ້ແບ່ງແຍກວ່າກາເຟດັ່ງກ່າວເປັນກາເຟແບບໃດ ເຮັດໃຫ້ລ່າສຸດ Annals of Internal Medicine ໄດ້ສຶກສາລົງເລິກກ່ຽວກັບກາເຟທີ່ໃສ່ນໍ້າຕານ ຫລື ສານເພີ່ມຄວາມຫວານ ຕໍ່ກັບການເສຍຊີວິດ
.
ຜົນການວິໄຈດັ່ງກ່າວໄດ້ຜູ້ຮ່ວມວິໄຈຈໍານວນ 171,616 ຄົນ ທີ່ມີອາຍຸລະຫວ່າງ 37-73 ປີ ໃນສະຫະຣາຊອານາຈັກ ຫລາຍກວ່າ 5 ເທື່ອ ໃນເວລາ 1 ປີ ກ່ຽວກັບວິຖີຊີວິດ ແລະ ນິໄສການດື່ມກາເຟຂອງພວກເຂົາ ເຊິ່ງ 7 ປີ ຫລັງຈາກນັ້ນນັກວິໄຈໄດ້ໄປເກັບຮວບຮວມໃບມໍລະນະພາບຂອງຜູ້ເຂົ້າຮ່ວມເພື່ອເບິ່ງວ່າສາເຫດຂອງການເສຍຊີວິດໂດຍສະເລ່ຍວ່າເກີດຈາກອັນໃດ, ຈາກການລາຍງານພົບວ່າ ພວກເຂົາບໍ່ມີພະຍາດທີ່ກ່ຽວກັບຫລອດເລືອດຫົວໃຈ ຫລື ມະເຮັງເລີຍ
.
ຜົນການວິໄຈພົບວ່າຜູ້ທີ່ດື່ມກາເຟໃນປະລິມານປານກາງ (ທີ່ກໍານົດໄວ້ 1.5-3.5 ຈອກ/ມື້) ແລະ ເພີ່ມຄວາມຫວານໃນກາເຟ ມີຄວາມສ່ຽງຕໍ່ການເສຍຊີວິດຫລຸດລົງ 30% ຖ້າທຽບກັບຄົນທີ່ບໍ່ດື່ມກາເຟ. ໃນນັ້ນ ຜູ້ທີ່ດື່ມກາເຟແບບບໍ່ໃສ່ນໍ້າຕານ ມີຄວາມສ່ຽງໃນການເສຍຊີວິດຫລຸດລົງ 16-29% ຖ້າທຽບໃສ່ຜູ້ທີ່ບໍ່ດື່ມກາເຟ, ເຊິ່ງຜົນການວິໄຈໄດ້ປັບປ່ຽນໄປຕາມປັດໄຈທາງສັງຄົມວິທະຍາ ວິຖີຊີວິດ, ລະດັບການສູບຢາ, ການອອກກໍາລັງກາຍ, ລະດັບການສຶກສາ ແລະ ພຶດຕິກໍາການກິນ
.
Dr. Christina Wee ສາສະດາຈານດ້ານການແພດຂອງໂຮງຮຽນ Harvard Medical School ບອກໄວ້ວ່າ ກາເຟສາມາດປົກປ້ອງຫົວໃຈ ແລະ ຊ່ວຍຮັກສາພະຍາດອື່ນໆໄດ້, ນອກຈາກນີ້ຍັງຊ່ວຍຫລຸດຄວາມສ່ຽງຂອງບັນຫາຕັບ, ຕາມການສຶກສາປີ 2021 ໄດ້ລະບຸວ່າ ໃນກາເຟບາງຊະນິດມີສານ ຟີນໍລິກ (phenolic) ທີ່ເຊື່ອວ່າມີປະໂຫຍດ ເພາະສາມາດເຮັດໜ້າທີ່ເປັນຕົວຕ້ານອະນຸມູນອິດສະຫລະ, ຕ້ານການອັກເສບ ລວມທັງຕໍ່ຕ້ານຮອຍຕີນກາ
.
ກາເຟທີ່ມີສານຟີນໍລິກ (phenolic) ຫລາຍທີ່ສຸດມີ 2 ສາຍພັນຄື: ອາຣາບິກ້າ ແລະ ໂຣບັສຕ້າ, ຜົນການວິໄຈພົບວ່າ ໃນກາເຟໂຣບັສຕ້າຈະມີສານດັ່ງກ່າວໃນປະລິມານທີ່ຫລາຍກວ່າກາເຟອາຣາບິກ້າ ເຊິ່ງເມັດກາເຟສີຂຽວທີ່ຍັງບໍ່ຜ່ານການຂົ້ວຈະມີສານຟີນໍລິກໃນລະດັບສູງ ແຕ່ຈະມີທີ່ກິ່ນບໍ່ພິຶງປະສົງ ເມື່ອຂົ້ວຈະເຮັດໃຫ້ສານປະກອບຟີນໍລິກບາງຊະນິດແຕກຕົວໄດ້ ຂຶ້ນກັບລະດັບການຂົ້ວ ແລະ ວິທີການຊົງ
.
ສານທີ່ຢູ່ໃນກາເຟທີ່ສໍາຄັນອີກຊະນິດໜຶ່ງໄດ້ແກ່ ສານໄດເທີຟີນ (diterpene) ທີ່ພົບໄດ້ຫລາຍບໍ່ຕ່າງກັນ ເປັນສານປະກອບທາງເຄມີທີ່ຊ່ວຍຫລຸດຄວາມສ່ຽງຕໍ່ພະຍາດຫົວໃຈ ແລະ ຫລອດເລືອດໄດ້ ຖ້າຈັດລໍາດັບປະລິມານສານດັ່ງກ່າວໃນປະເພດກາເຟ ສາມາດຈັດໄດ້ດັ່ງນີ້: ຕາມການສຶກສາໃນປີ 2016 ໄດ້ບອກວ່າ ກາເຟຕົ້ມ ແລະ ກາເຟ French press ມີປະລິມານຫລາຍທີ່ສຸດ, ມ໋ອກຄ່າ ແລະ ເອສເພຣສໂຊ ຈະມີປະລິມານປານກາງ ສ່ວນກາເຟສໍາເລັດຮູບຈະມີປະລິມານສານດັ່ງກ່າວນັ້ນໜ້ອຍທີ່ສຸດ
.
ແນວໃດກໍຕາມ ກາເຟອາດບໍ່ແມ່ນເຄື່ອງດື່ມເພື່ອສຸຂະພາບ ແຕ່ຫາກເລືອກດື່ມກາເຟຕາມຄວາມເໝາະສົມຕໍ່ປະລິມານທີ່ຮ່າງກາຍຮັບໄດ້ ກໍຈະສົ່ງຜົນດີຕໍ່ສຸຂະພາບເຮົານັ້ນເອງ.
ອ້າງອີງ:
https://edition.cnn.com/2022/06/01/health/sweetened-coffee-death-risk-wellness/index.html
https://www.acpjournals.org/doi/abs/10.7326/M21-2977

