9 ເດືອນໃນປີ 2022 ສໍາເລັດການຂຶ້ນບັນຊີເປົ້າໝາຍຄ້າຂາຍຢາເສບຕິດ ລາຍໃຫຍ່ 342 ຄົນ ຢຶດຂອງກາງຢາບ້າໄດ້ 173 ລ້ານເມັດ

ທ່ານ ຈອມສີ ລັດຕະນະປັນ ປະທານສະພາປະຊາຊົນແຂວງ, ກຳມາທິການແຜນການ, ການເງິນ ແລະ ການກວດສອບ ສະພາແຫ່ງຊາດ ໄດ້ລາຍງານສະພາບການເຄື່ອນໄຫວວຽກງານ ຕິດຕາມກວດກາ ຕາມຂົງເຂດຄວາມຮັບຜິດຊອບ, ຜ່ານການຕິດຕາມຊຸກຍູ້ ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ  ວັນທີ 27 ຕຸລາ 2022 ນີ້ ສາມາດສະຫຼຸບໄດ້ວ່າ:

ການຈັດຕັ້ງປະຕິບັດ ວາລະເເຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດຢູ່ແຂວງບໍ່ແກ້ວ. ສຶກສາອົບຮົມ, ໂຄສະນາເຜີຍແຜ່ລະບຽບກົດໝາຍ ແລະ ຜົນຮ້າຍຂອງຢາເສບຕິດ: ບໍ່ໃຫ້ໄປຫຍຸ້ງກ່ຽວ ຫຼື ພົວພັນກັບຢາເສບຕິດ ປະຈຸບັນ ພວມດໍາເນີນຢູ່ 62 ບ້ານ, ເຮັດເປັນລາຍບຸກຄົນ100 ຄົນ, ຍິງ 6 ຄົນ.

– ໄດ້ສໍາເລັດການຂຶ້ນບັນຊີເປົ້າໝາຍຄ້າຂາຍຢາເສບຕິດ ລາຍໃຫຍ່ 342 ຄົນ, ລາຍຍ່ອຍ 535ຄົນ;

– ມ້າງຄະດີຢາເສບຕິດທີ່ເກີດຂຶ້ນ ທັງໝົດ 317 ລາຍ,

– ກັກຕົວຜູ້ຖືກຫາທັງໝົດ 441 ຄົນ, ຍິງ 76ຄົນ,

– ຂອງກາງ: ຢາບ້າ 173.006.125 ເມັດ,

– ຢາໄອ້ 2.681 ກິໂລກຣາມ,

– ເຮໂລອິນ 7 ແຫ່ງ,

– ໂຄເຄນ 78,4 ກຣາມ,

– ແປ້ງຝຸ່ນ 289 ເປົາ;

ປະເພດພາຫະນະທີ່ຢຶດໄດ້ມີລົດໃຫຍ່ 38 ຄັນ, ລົດຈັກ 34ຄັນ, ເຄື່ອງອັດຢາບ້າ 1 ເຄື່ອງ, ເງິນກີບ 362.682.000 ກີບ, ເງິນບາດ 5.451.124 ບາດ, ເງິນຢວນ5000 ຢວນ, ເງິນໂດລາ 1.408 ໂດລາ, ເງິນເກົາຫຼີ 295.000 ວອນ ແລະ ອື່ນໆອີກຫຼາຍລາຍການ.