ເກີດແຜ່ນດິນໄຫວ ໃນບໍລິເວນແຂວງໄຊຍະບູລີ ດ້ວຍຄວາມແຮງ 3.3 ຣິກເຕີ

ສູນຂ່າວສານແຜ່ນດິນໄຫວແຫ່ງຊາດ ກົມອຸຕຸນິຍົມ ແລະ ອຸທົກກະສາດ ລາຍງານວ່າ: ເວລາ 20:19 ໂມງ ຂອງວັນທີ 28 ຕຸລາ 2022 ໄດ້ພົບສັນຍານແຜ່ນດິນໄຫວ 1 ຄັ້ງໃນບໍລິເວນ ແຂວງໄຊຍະບູລີ ມີຈຸດສູນກາງຢູ່ເສັ້ນຂະໜານທີ 19.264 ອົງສາເໜືອ ແລະ ເສັ້ນແວງທີ 101.437 ອົງສາຕາເວັນອອກ ຄວາມແຮງ ສັ່ນສະເທືອນວັດແທກໄດ້ 3.3 ຣີິກເຕີ ເຊິ່ງມີຄວາມເລິກຈາກເທິງໜ້າດິນ ປະມານ 2 ກິໂລແມັດ ຈຸດສູນກາງເກີດແຜ່ນດິນໄຫວຢູ່ທີ່ບໍລິເວນ ເມືອງໄຊຍະບູລີ ແຂວງໄຊຍະບູລີ ເຊີ່ງຈຸດເກິດແຜ່ນດິນໄຫວແມ່ນຫ່າງຈາກ ເທສະບານ ເມືອງໄຊຍະບູລີ ປະມານ 29 ກິໂລແມັດ.
 
ເຫດການແຜ່ນດິນໄຫວໃນເບື້ອງຕົ້ນຍັງບໍ່ມີລາຍງານຜົນເສຍຫາຍ.