ມາດຕະການປະຕິບັດແຜນງົບປະມານ 4 ເດືອນທ້າຍປີ 2022 ຂອງພະແນກການເງິນແຂວງຫລວງນໍ້າທາ

ຕາມການໃຫ້ສຳພາດຂອງ ທ່ານ ຄໍາພັນ ໄຊສີ ຫົວໜ້າພະແນກການເງິນ ແຂວງຫລວງນໍ້າທາ, ກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດໃນ 8 ເດືອນຜ່ານມາ ແລະ ທິດທາງແຜນການ 4 ເດືອນທ້າຍປີ 2022 ໄດ້ວາງຫລາຍມາດຕະການເກັບລາຍຮັບເຂົ້າງົບປະມານໃຫ້ບັນລຸຕາມລະດັບຄາດໝາຍ, ພ້ອມທັງຮຽກຮ້ອງ ທຸກພາກສ່ວນເສດຖະກິດທັງພາກລັດ, ເອກະຊົນ, ບັນດາຫົວໜ່ວຍທຸລະກິດ, ຜູ້ປະກອບການພາຍໃນແຂວງ, ໃຫ້ການຮ່ວມມື, ປະຕິບັດພັນທະໃຫ້ຖືກຕ້ອງຄົບຖ້ວນຕາມລະບຽບການ ແລະ ທັນຕາມກຳນົດເວລາ.

ການປະຕິບັດລາຍຮັບ ແລະ ລາຍຈ່າຍ, ດ້ານລາຍຮັບງົບປະມານ: (ສູນກາງ+ທ້ອງຖິ່ນ) ແຜນການ ປີ 2022 ຈໍານວນ 675,20 ຕື້ກີບ, ເຊິ່ງ 8 ເດືອນປີ 2022 ປະຕິບັດໄດ້ 523,09 ຕື້ກີບເທົ່າກັບ 77,47% ຂອງແຜນການປີ,ທຽບໃສ່ໄລຍະດຽວຂອງປີຜ່ານມາເພີ່ມຂຶ້ນ 59,47%, ຄາດຄະເນ 4 ເດືອນທ້າຍປີໃຫ້ໄດ້ 149,44 ຕື້ກີບ, ຄາດຄະເນໝົດປີໃຫ້ໄດ້ 672,53 ຕື້ກີບເທົ່າກັບ 99,60% ຂອງແຜນການປີ. ໃນນີ້, ລາຍຮັບພູດສູນກາງ (ປະຕິບັດຢູ່ແຂວງ) ແຜນການປີ 540,16 ຕື້ກີບ, ໂດຍ 8 ເດືອນປະຕິບັດໄດ້ 436,36 ຕື້ກີບເທົ່າກັບ 80,78% ຂອງແຜນການປີ, ທຽບໃສ່ໄລຍະດຽວຂອງປີຜ່ານມາເພີ່ມຂຶ້ນ 58,74%. ໃນນີ້, ລາຍຮັບພາສີຄາດຄະເນໝົດປີປະຕິ ບັດໄດ້ 550,46 ຕື້ກີບເທົ່າກັບ 103,86% ຂອງແຜນການປີ; ລາຍຮັບພູດທ້ອງຖິ່ນຂອງແຂວງຄາດຄະເນໝົດປີ 122,06 ຕື້ກີບເທົ່າກັບ 90,39% ຂອງແຜນການປີ.

ສ່ວນດ້ານລາຍຈ່າຍງົບປະມານແຜນການປີ 2022 ຈໍານວນ 329,94 ຕື້ກີບ, ໄລຍະ 8 ເດືອນປີ 2022 ອະນຸມັດໄດ້ 238,66 ຕື້ກີບເທົ່າກັບ 72,34% ຂອງແຜນການປີ ແລະ ຄາດຄະເນໝົດປີຈຳນວນ 347,67 ຕື້ກີບເທົ່າກັບ 105,37% ຂອງແຜນການປີ.

ທ່ານ  ຫົວໜ້າພະແນກການເງິນແຂວງຫລວງນໍ້າທາ ໃຫ້ຮູ້ຕື່ມອີກວ່າ: ມາດຕະການປະຕິບັດແຜນງົບປະມານ 4 ເດືອນທ້າຍປີິ 2022 ຂອງພະແນກການເງິນແຂວງຫລວງນໍ້າທາ, ຈະໄດ້ສືບຕໍ່ຊີ້ນຳນຳພາ ແລະ ສຶກສາອົບຮົບທາງດ້ານການເມືອງ-ແນວຄິດໃຫ້ແກ່ສະມາຊິກພັກ, ພະນັກງານ-ລັດຖະກອນໃຫ້ມີແນວຄິດສະຫງົບ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານຂອງຕົນ, ມີສະຕິເຄົາລົບຕໍ່ການຈັດຕັ້ງ; ສືບຕໍ່ຜັນຂະຫຍາຍຂໍ້ຕົກລົງຂອງທ່ານ ລັດຖະມົນຕີກະຊວງການເງິນສະບັບເລກທີ 2831/ກງ ແລະ 2845/ກງ, ລົງວັນທີ 19 ກັນຍາ 2022 ມາເປັນຂໍ້ຕົກລົງຂອງທ່ານເຈົ້າແຂວງ ແລະ ເຈົ້າເມືອງໂດຍອີງໃສ່ແຈ້ງການ ສະບັບເລກທີ 1800/ກງ, ລົງວັນທີ 22 ມີນາ 2022 ແລະ ແຈ້ງການ 175/ພນ ຂອງກະຊວງພາຍໃນ; ປະຕິບັດຄຳສັ່ງຂອງທ່ານນາຍົກລັດຖະ ມົນຕີ ສະບັບເລກທີ 18/ນຍ,ລົງວັນທີ 16/9/2021 ວ່າດ້ວຍການເພີ່ມທະວີການຄູ້ມຄອງ ແລະ ຕ້ານການຮົ່ວໄຫຼຂອງລາຍຮັບງົບປະມານແຫ່ງລັດ; ເອົາໃຈໃສ່ເຜີຍແຜ່ດໍາລັດ 205/ລບ ວ່າດ້ວຍການປະຢັດ ແລະ ຕ້ານການຟຸມເຟື່ອຍ, ດໍາລັດ 599/ລບ ວ່າດ້ວຍລົດລັດຕິດພັນກັບວາລະແຫ່ງຊາດການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະ ກິດ-ການເງິນໃຫ້ເປັນຮູບປະທໍາ; ຫັນວຽກງານການເງິນໄປສູ່ທັນສະໄໝໃນການຄຸ້ມຄອງການອະນຸມັດເບີກຈ່າຍງົບປະມານ, ເພື່ອຮັບປະກັນຄວາມຖືກຕ້ອງ, ໂປ່ງໃສ, ວ່ອງໄວ, ສາມາດກວດສອບໄດ້ ແລະ ປະສານສົມທົບກັບບັນດາຂະແໜງ ການທີ່ກ່ຽວຂ້ອງອຳນວຍຄວາມສະດວກໃນການປະຕິບັດໜ້າທີ່ວຽກງານຕາມພາລະບົດບາດ.